ເວທີປາໄສວິສາຫະກິດ ຫວຽດນາມ - ສ. ເຊັກໂກ

(VOVWORLD) - ເວທີປາໄສເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືເສດຖະກິດ ການຄ້າ ແລະ ສ້າງກາລະໂອກາດສຳຜັດ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງວິສາຫະກິດ ສອງປະເທດ.
ເວທີປາໄສວິສາຫະກິດ ຫວຽດນາມ - ສ. ເຊັກໂກ - ảnh 1ເວທີປາໄສວິສາຫະກິດ ຫວຽດນາມ - ສ. ເຊັກໂກ ໄດ້ຖືກຈັດຂຶ້ນໃນຕອນບ່າຍວັນທີ 21 ກຸມພາ
(ພາບ:congthuong.vn)

ເວທີປາໄສວິສາຫະກິດ ຫວຽດນາມ - ສ. ເຊັກໂກ ໄດ້ຖືກຈັດຂຶ້ນໃນຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ເປັນທາງການຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ ເຊັກໂກ Jozef Sikela (ແຕ່ວັນທີ 19 – 22 ກຸມພາ). ເວທີປາໄສເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືເສດຖະກິດ ການຄ້າ ແລະ ສ້າງກາລະໂອກາດສຳຜັດ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງວິສາຫະກິດ ສອງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ດັ້ງຮ່ວາງອານ ຖືວ່າ: ການຮ່ວມມືເສດຖະກິດ ຍັງບໍ່ທັນສົມກັບມູນເຊື້ອ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດ:

        “ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ສ ເຊັກໂກ ຈົ່ງເອົາໃຈໃສ່ເຖິງຕະຫຼາດ ຫວຽດນາມ ຫຼາຍກ່ວາອີກ, ນີ້ແມ່ນໜຶ່ງໃນຈຳນວນຕະຫຼາດພວມພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດຢູ່ ອາຊີ. ແນ່ນອນວ່າ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດພວກເຮົາຍັງໃຫຍ່ຫຼວງຢູ່ ແຕ່ຍັງບໍ່ທັນເສີມຂະຫຍາຍຢ່າງເໝາະສົມໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ