ເວທີປາໄສຮ່ວມມືວິສາຫະກິດຫວຽດນາມ - ຈີນ ຢູ່ໜານໜີງ

ເວທີປາໄສຮ່ວມມືວິສາຫະກິດຫວຽດນາມ - ຈີນ ຢູ່ໜານໜີງ - ảnh 1
(ພາບຈາກ: vietnamplus.vn)

(vovworld) -     ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ຈີນ - ອາ​ຊຽນ (CARXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ(CABIS) ຄັ້ງ​ທີ 9 ຢູ່​ໜານ​ໜີງ, ​ແຂວງ​ກວາງ​ສີ, ປະ​ເທດ​ຈີນ, ວັນ​ທີ 22/9, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ຮ່ວມ​ມື​ວິ​ສາ​ຫະກິດ​ຫວຽດນາມ - ຈີນ ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳຫວຽດນາມ (VCCI) ​ເປັນ​ຜູ້ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Pham Quang Thinh, ຮອງ​ຫົວໜ້າ​ຄະນະ​ຮ່ວມ​ມື​ສາກົນ VCCI ​ໄດ້​ຕາງໜ້າ​ຄະນະ​ຜູ້ແທນວິ​ສາ​ຫະກິດ​ຫວຽດນາມ,  ແນະນຳໂດຍຫຍໍ້ກ່ຽວກັບສະພາບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ສະຖຽນ​ລະ​ພາບດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຫວຽດນາມ, ​ໃນ​ນັ້ນ​ໄດ້​ຖື​ວ່າ ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ຢູ່​ລະດັບ​ສູງ​ພໍ​ສົມຄວນ​ໃນ​ຕະຫຼອດ​ສຸມ​ປີຜ່ານມາ. ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ​ຫວຽດນາມ - ຈີນ​, ທ່ານ Pham Quang Thinh ​ໃຫ້​ຮູ້​ວ່າ ການ​ຄ້າ​ສອງຝ່າຍ​ຫວຽດນາມ - ຈີ​ນ ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ດ້ວຍ​ລະດັບ​ສະ​ເລ່ຍ​ແມ່ນ 32% /ປີ ​ໃນ​ໄລຍະ 2000 – 2010. ສອງ​ຝ່າຍ​​ໄດ້ ​ແລະ ພວມ​ເສີມ​ຂະຫຍາຍ, ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ກັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການລົງທຶນ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ໝາກຜົນ​ສຸງ​ສຸດ, ​ເພື່ອ​ຮັບ​ໃຊ້ຄວາມ​ຕ້ອງການ​ພັດທະນະ​ຂອງ​ແຕ່ລະ​ຝ່າຍ.

        ທີ່​ເວທີ​ປາ​ໄສ, ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ພົບ​ປະ​ໂດຍ​ກົງ​​ເພື່ອ​​ແລກປ່ຽນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ. ຕາມ​ການ​ຕີ​ລາຄາ​ຂອງ VCCI ​ແລ້ວ, ​ໄວ​ທີ​ປາ​ໄສການ​ຮ່ວມ​ມື​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ - ຈີນ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການເພີ່ມ​ທະວີ​ການ​ພົບ​ພັນແລກປ່ຽນ ​ແລະ ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ກັບ​ຈີນ​ເວົ້າ​ລວມ ​ແລະ ກັບ​ແຂວງ​ກວາງ​ສີ​ເວົ້າ​ສະ​ເພາະ, ສືບ​ຕໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ອມມື​ລົງທຶນ, ການ​ຄ້າ​ກັບ​ຫວຽດນາມ ກວ່າ​ອີກ, ​ເພື່ອ​ແນ​ໃສ່​ປົວ​ແປງ​ດຸນ​ການ​ຄ້າລະຫວ່າງ​ສອງ​ຝ່າຍ, ປະກອບສ່ວນ​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ຈີນ.

ຂ່າວ/ບົດ​ອື່ນ