ເວທີປາໄສເສດຖະກິດຫວຽດນາມ-ຍີ່ປຸ່ນ

ເວທີປາໄສເສດຖະກິດຫວຽດນາມ-ຍີ່ປຸ່ນ - ảnh 1
​ເວທີ​ປາ​ໄສ​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ ປີ 2015
(ພາບ: vtv.vn)

(vovworld) – ຕອນ​ເຊົ້າ​ວັນ​ 14/10 ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽ​ດນາມ (VCCI) ສົມທົບ​ກັບ​ອົງການ​​ສົ່ງ​ເສີມ​ການ​ຄ້າ ຍີ່ປຸ່ນ (JETRO) ຈັດ​ຕັ້ງ​ເວທີ​ປາ​ໄສ​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ ປີ 2015. ​ເປົ້າ​ໝາຍ​ຂອງ​ເວທີ​ປາ​ໄສ​ແມ່ນ​ຕີລາຄາ​ກ່ຽວ​ກັບສະພາບ​ການ​ປະຈຸ​ບັນ, ສະ​ເໜີ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ປຶກສາ​ຫາລື​ບັນດາ​ບັນຫາ​ນະ​ໂຍບາຍ ​ແລະ ສະ​ເໜີ​ບັນດາ​ກຳນົດ​ທິດ​ ​ເພີ່​ມທະວີ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ເພື່ອ​ໃຫ້ ຫວຽດນາມ ສືບ​ຕໍ່​ເປັນສະຖານ​ທີ່ີ​ດຶງ​ດູດ​ການ​ລົງທຶນ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຮ່ວາງ​ຈູງ​ຫາຍ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາ​ຄົມ​ວິ​ສາ​ຫະກິດ ຍີ່ປຸ່ນ ສືບ​ຕໍ່​ເອົາ​ໃຈ​ໃສ່, ​ເປີດ​ກ້ວາງ​ການ​ລົງທຶນ​ເຂົ້າ​ສູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ