ເສັ້ນ​ທາງ​ຄວາມ​ໄວ​ສູງ​ຍາວ 3.300 ກິ​ໂລ​ແມັດ ອາດ​ຈະ​ໄດ້​​ກໍ່​ສ້າງ​ສຳ​ເລັດ, ລື່ນ​ 10% ເມື່ອ​ທຽບ​ໃສ່​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ

(VOVWORLD) - ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານລັດຖະບານທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບຟັງບົດລາຍງານກວດກາການຜັນຂະຫຍາຍບັນດາໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ.
ເສັ້ນ​ທາງ​ຄວາມ​ໄວ​ສູງ​ຍາວ 3.300 ກິ​ໂລ​ແມັດ ອາດ​ຈະ​ໄດ້​​ກໍ່​ສ້າງ​ສຳ​ເລັດ, ລື່ນ​ 10% ເມື່ອ​ທຽບ​ໃສ່​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນການເຮັດວຽກ

    ຕາມບົດລາຍງານແລ້ວ, ຄາດວ່າ ຮອດວັນທີ 30 ກັນຍາ, ມີ 2.500 ກິໂລແມັດ ໄດ້ກໍ່ສ້າງສຳເລັດ ແລະ ຖ້າຫາກບັນດາຕອນຫຼັກແຫຼ່ງ ແລະ ບັນດາໂຄງການຂອງທ້ອງຖິ່ນກໍ່ໄດ້ຮັບການກໍ່ສ້າງສຳເລັດໃນປີນີ້, ໃນນັ້ນ ມີໂຄງການ ດົ່ງດັງ (ແຂວງ ລ້າງເຊີນ) ໄປຍັງ ຈ່າຫຼິງ (ແຂວງ ກວາບັ່ງ) ແລະ ໂຄງການເສັ້ນທາງເຊື່ອມຕໍ່ 2 ດ່ານຊາຍແດນຂຶ້ນກັບແຂວງ ລ້າງເຊີນ ຄື ດ່ານຊາຍແດນ ຫືວງິ - ຈີລັງ, ໄລຍະທາງຄວາມໄວສູງໄດ້ຮັບການເຊື່ອມຕໍ່ແຕ່ເໜືອຮອດໃຕ້ ລວມທັງໝົດ 3.345 ກິໂລແມັດ.

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາແຂວງ, ນະຄອນ, ບັນດາເຈົ້າຂອງນັກລົງທຶນ, ສືບຕໍ່ສຳຫຼວດກວດຄືນບັນດາເສັ້ນທາງຄວາມໄວສູງດັ່ງກ່າວ, ຍູ້ໄວຄວາມຄືບໜ້າ. ທ່ານນາຍົກລັດຖະມົນຕີຖືວ່າ  ຖ້າຫາກວ່າທຸກເຈົ້າກຳທີ່ກ່ຽວຂ້ອງ ລ້ວນແຕ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້ານັ້ນ, ບໍ່ພຽງແຕ່ມີໄລຍະທາງຍາວ 3.300 ກິໂລແມັດ ໄດ້ຮັບການກໍ່ສ້າງສຳເລັດເທົ່ານັ້ນ, ຫາກຍັງລື່ນ 10% ເມື່ອທຽບໃສ່ບັນດາເປົ້າໝາຍທີ່ໄດ້ວາງອອກ.

ເສັ້ນ​ທາງ​ຄວາມ​ໄວ​ສູງ​ຍາວ 3.300 ກິ​ໂລ​ແມັດ ອາດ​ຈະ​ໄດ້​​ກໍ່​ສ້າງ​ສຳ​ເລັດ, ລື່ນ​ 10% ເມື່ອ​ທຽບ​ໃສ່​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳບັນດາກິດຈະກຳຈຸດສຸມໃນຂົງເຂດລົດໄຟ

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ບັນດາໂຄງການສຳຄັນລະດັບຊາດໃນຂົງເຂດລົດໄຟ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຮຽກຮ້ອງໃຫ້ຕ້ອງມີຄວາມຕັດສິນໃຈລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ແຕ່ເໜືອຮອດໃຕ້ໃນເດືອນທັນວາ 2026.

ຕອບກັບ

ຂ່າວ/ບົດ​ອື່ນ