ເສີມ​ຂະຫຍາຍ​ທ່່າ​ໄດ້​ປຽບ​ຂອງ​ຂະ​ແໜງສິນຄ້າ, ບໍ່​ປ່ຽນ​ແປງ​ຄາດໝາຍການ​ເຕີບ​​ໂຕຂອງ​ຂະ​ແໜງກະ​ສິກໍາ

(VOVWORLD) -ຂະແໜງກະສິກໍາຈະບໍ່ມີການປ່ຽນແປງຄາດໝາຍກ່ຽວກັບການເຕີບໂຕ, ການສົ່ງອອກ, ບັນລຸມາດຕະຖານຊົນນະບົດໃໝ່ໃນປີນີ້ຕາມການຊີ້ນໍາຂອງລັດຖະບານ. ປີ 2020, ຂະແໜງກະສິກໍາຈະສູ້ຊົນບັນລຸລະດັບການເຕີບໂຕແຕ່ 2,5% - 3%, ວົງເງິນສົ່ງອອກຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ, ສິນໃນນໍ້າບັນລຸປະມານ 41 ຕື້ USD. 
ເສີມ​ຂະຫຍາຍ​ທ່່າ​ໄດ້​ປຽບ​ຂອງ​ຂະ​ແໜງສິນຄ້າ, ບໍ່​ປ່ຽນ​ແປງ​ຄາດໝາຍການ​ເຕີບ​​ໂຕຂອງ​ຂະ​ແໜງກະ​ສິກໍາ - ảnh 1ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ (ພາບ: ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ)

        ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2020 ຂອງຂະແໜງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ທີ່ຖືກດໍາເນີນໃນວັນທີ 29 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຢັ້ງຢືນວ່າ ຂະແໜງກະສິກໍາຈະບໍ່ມີການປ່ຽນແປງຄາດໝາຍກ່ຽວກັບການເຕີບໂຕ, ການສົ່ງອອກ, ບັນລຸມາດຕະຖານຊົນນະບົດໃໝ່ໃນປີນີ້ຕາມການຊີ້ນໍາຂອງລັດຖະບານ. ປີ 2020, ຂະແໜງກະສິກໍາຈະສູ້ຊົນບັນລຸລະດັບການເຕີບໂຕແຕ່ 2,5% - 3%, ວົງເງິນສົ່ງອອກຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ, ສິນໃນນໍ້າບັນລຸປະມານ 41 ຕື້ USD. ບັນດາຂົງເຂດ, ຂະແໜງການຕ້ອງໝູນໃຊ້ການຂຸດຄົ້ນ, ພັດທະນາຕະຫຼາດພາຍໃນປະເທດ, ຍາດແຍ່ງກາລະໂອກາດກ່ຽວກັບຄວາມຕ້ອງການຂອງຕະຫຼາດສົ່ງອອກ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມໄດ້ເປັນຢ່າງດີ. ທ່ານກ່າວວ່າ:

        “ຕ້ອງຈໍາກັດບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕໍ່າສຸດ. ບັນດາຂົງເຂດ, ຂະແໜງສິນຄ້າຕ້ອງຍາດແຍ່ງ, ຊົມໃຊ້, ຂຸດຄົ້ນບັນດາທ່າແຮງທີ່ມີຄວາມສາມາດບ່ົມຊ້ອນຄື ເຂົ້າສານ, ໝາກໄມ້, ສິນໃນນໍ້າ... ໄປຄຽງຄູ່ກັັນນັ້ນ ກໍ່ຊຸກຍູ້ຂະແໜງລ້ຽງສັດໃຫ້ພັດທະນາຢ່າງຮອບດ້ານກວ່າອີກ”.


 

ຕອບກັບ

ຂ່າວ/ບົດ​ອື່ນ