ເຫດວາງລະເບີດກໍ່ຄວາມລົ້ມຫາຍຕາຍຈາກ ຢ່າງໃຫຍ່ຫຼວງຢູ່ຊີຣີ

ເຫດວາງລະເບີດກໍ່ຄວາມລົ້ມຫາຍຕາຍຈາກ ຢ່າງໃຫຍ່ຫຼວງຢູ່ຊີຣີ - ảnh 1
ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ ທີ່​ຮ້າຍ​ແຮງ​ຢູ່​​ເທ​ດສະບາ​ນ​ເມືອງ Darkush
(ພາບ: newvision.co.ug)


(vovworld) - ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ ທີ່​ຮ້າຍ​ແຮງ​ຢູ່​​ເທ​ດສະບາ​ນ​ເມືອງ Darkush, ​ແຂວງ Idlib, ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີຣີ ​ໃນ​ວັນ​ທີ 14 ຕຸລາ, ​​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ນ້ອຍ​ສຸດ 20 ຄົນ​ ​ແລະ ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈັບ. ​ຄາດ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດອາດ​ຈະ​ເພີ່ມ​ຂຶ້ນສູງ​ຍ້ອນ​ມີຫຼາຍ​ຄົນ​ຖືກບາດ​ເຈັບ​ໜັກ. ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນຢູ່​​ເຂດ​ຕະຫຼາດ​ແຫ່ງ​ໜຶ່ງ​ຂອງ Darkush, ​ເຊິ່ງນອນ​ໃນ​ເຂດ​ປົກ​ຄຸມ​ຂອງ​ພວກ​ທະຫານ​ກະບົດ, ຫ່າງ​ຈາກ​ເຂດ​ຊາຍ​ແດນ​ຕວກຕີ ປະມານ 2 ກມ. ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່​າວັນ​ທີ 13 ຕຸລາ, ຜູ້​ວາງ​ລະ​ເປີດ​ສະຫຼະ​ຊີບ 2 ຄົນ ກໍ່​ໄດ້​​ວາງ​ລະ​ເບີດ​ລົດ​​ໂອ​ໂຕບັນຈຸດິນ​ລະ​ເບີດ​ຢູ່ໃກ້​ກັບ​ສຳນັກງານ​ສະຖານີໂທລະພາບ​ແຫ່ງ​ຊາດ​ຊີຣີ, ຢູ່​ໃຈກາງ​ນະຄອນຫຼວງ Damascus ​​ອັນໄດ້​ກໍ່​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ ​ແລະ ​ເຮັດ​ໃຫ້​ຊ່ອງ​​ໂທລະ​ພາບຊ່ອງ​ໜຶ່ງ​ຖືກ​ໂຈະ​ໄວ້​ຊົ່ວ​ຄາວ.

ຂ່າວ/ບົດ​ອື່ນ