ເຫດວາງລະເບີດສະຫຼະຊີບ2ຄັ້ງໃນພາບດຽວຢູ່ພາກກາງຊີຣີ,ເຮັດໃຫ້120ຄົນເສຍຊີວິດແລະບາດເຈັບ

ເຫດວາງລະເບີດສະຫຼະຊີບ2ຄັ້ງໃນພາບດຽວຢູ່ພາກກາງຊີຣີ,ເຮັດໃຫ້120ຄົນເສຍຊີວິດແລະບາດເຈັບ - ảnh 1
ສະຖານທີ່ເກີດເຫດ
(ພາບ: AFP/TTXVN)

(vovworld) –  ສື່​ມວນ​ຊົນ​ແຫ່ງ​ລັດ ຊີຣີ ​ໃຫ້​ຂ່າວ​ເມື່ອ​ວັນ​ທີ 26/1 ກ່ຽວ​ກັບ​ເຫດການ​ວາງ​ລະ​ເບີດ​ສະຫຼະ​ຊີບ 2 ຄັ້ງ​​ໃນ​ພາບ​ດຽວ​ແນ​ໃສ່​ດ່ານກວດກາ​ຂອງ​ກອງທັບ​ປະ​ເທດ​ນີ້​ຢູ່​ແຂວງ Homs, ພາກ​ກາງ ຊີຣີ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 22 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 100 ຄົນ​​ຮັບ​ບາດ​ເຈັບ. ​ເຈົ້າ​ແຂວງ​ແຂວງ Homs, ທ່ານ Talal Barazi ​ໃຫ້​ຮູ້​ວ່າ: ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ຈອດລົດ​ຢູ່​ດ່ານ​ກວດກາ​ຂອງ​ທະຫານ​ຢູ່​ເມືອງ Al – Zahraa. ຕາມ​ອົງການ​ຕິດຕາມ​ກວດກາ​ສິດ​ທິມະນຸດ ຊີຣີ (SOHR) ​ແລ້ວ, ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດດັ່ງກ່າວ​ມີ 13 ຄົ​ນ​​ແມ່ນ​ທະຫານ​ລັດຖະບານ. ​ເມືອງ Al – Zahraa ​ຂຶ້ນ​ກັບ​ແຂວງ Homs ຍາ​ມ​ໃດ​ກໍ​ແມ່ນ​ເປົ້າ​ໝາຍ​ຂອງ​ການ​ວາງ​ລະ​ເບີດ​ຫຼາຍ​ຄັ້ງ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ເຫດການ​ເກີດ​ຂຶ້ນ​ເມື່ອ​ທ້າຍ​ເດືອນ 12/2015, ອັນ​ໄດ້​ເຮັດ​ໃຫ້ 19 ຄົນ​ເສຍ​ຊີວ​ິດ. ກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ​ເຄີຍ​ຖະ​ແຫຼ​ງດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່​ເມືອງ​ນີ້.


ຂ່າວ/ບົດ​ອື່ນ