ເຫດ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ Kakhovka ແຕກ: ຄາດ​ວ່າ ຢູ​ແກຼນ ຖືກ​ຜົນ​ເສຍ​ຫາຍ​ປະ​ມານ 1,2 ຕື້ ເອີ​ໂຣ

(VOVWORLD) - ເຫດເຂື່ອນໄຟຟ້ານ້ຳຕົກ Kakhovka ແຕກ ໄດ້ກໍ່ຜົນເສຍຫາຍປະມານ 1,2 ຕື້ ເອີຣົບ (ກວ່າ 1,3 ຕື້ USD). 
ເຫດ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ Kakhovka ແຕກ: ຄາດ​ວ່າ ຢູ​ແກຼນ ຖືກ​ຜົນ​ເສຍ​ຫາຍ​ປະ​ມານ 1,2 ຕື້ ເອີ​ໂຣ - ảnh 1 ນ້ຳຖ້ວມພາຍຫຼັງເຫດເຂື່ອນໄຟຟ້ານ້ຳຕົກ Kakhovka (ພາບ:THX/TTXVN)

ໃນກອງປະຊຸມທາງໄກບັນດາລັດຖະມົນຕີກະຊວງສິ່ງແວດລ້ອມ ສະຫະພາບເອີຣົບ ຊຶ່ງຈັດຂຶ້ນໃນວັນທີ 20 ມີຖຸນາ, ທ່ານລັດຖະມົນຕີກະຊວງສິ່ງແວດລ້ອມ ຢູແກຼນ Ruslan Strilets ໃຫ້ຮູ້ວ່າ ເຫດເຂື່ອນໄຟຟ້ານ້ຳຕົກ Kakhovka ແຕກ ໄດ້ກໍ່ຜົນເສຍຫາຍປະມານ 1,2 ຕື້ ເອີຣົບ (ກວ່າ 1,3 ຕື້ USD). ເຫດເຂື່ອນໄຟຟ້ານ້ຳຕົກແຕກດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນປະມານ 1 ລ້ານຄົນ ບໍ່ມີນ້ຳສະອາດໃຊ້. ທ່ານລັດຖະມົນຕີ ກໍໃຫ້ຮູ້ວ່າ ເຫດເຂື່ອນໄຟຟ້າແຕກນີ້ ແມ່ນໄພພິບັດດ້ານສິ່ງແວດລ້ອມທີ່ໃຫຍ່ທີ່ສຸດ ນັບແຕ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເມື່ອເດືອນກຸມພາ ປີ 2022.

        ດ້ວຍບໍລິມາດບັນຈນ້ຳຸຂຶ້ນເຖິງ 18km3 ນີ້ແມ່ນບ່ອນສະໜອງນ້ຳທີ່ສຳຄັນໃຫ້ແກ່ແຫຼມ Crimea ຢູ່ທາງທິດໃຕ້ ແລະ ໂຮງງານນິວເຄຼຍ Zaporizhzhia ໃຫຍ່ທີ່ສຸດ ເອີຣົບ ເຊິ່ງຕັ້ງຢູ່ທາງທິດເໜືອ. ໄລ່ມາຮອດປັດຈຸບັນ, ເຫດເຂື່ອນໄຟຟ້າແຕກ ເຮັດໃຫ້ກວ່າ 50 ຄົນເສຍຊີວິດ, ພ້ອມທັງມ້າງເພທຳລາຍເຮືອນຊານບ້ານຊ່ອງກໍຄືເນື້ອທີ່ດິນປູກຝັງຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ