ເຫດເຮືອບິນຕົກຢູ່ອີຣານ: ບໍລິສັດການບິນຖອນຄຳຖະແຫຼງກ່ຽວກັບຜູ້ເສຍຊີວີດແລະຮັບບາດເຈັບ

(VOVWORLD) -ວັນທີ 18 ກຸມພາ, ບໍລິສັດການບິນ Aseman Airlines ຂອງອີຣານ ໄດ້ຖອນຄຳຖະແຫຼງທີ່ໄດ້ຍົກອອກມາກ່ອນໜ້ານັ້ນໂດຍຖືວ່າ ມີຜູ້ໂດຍສານ 66 ຄົນເສຍຊີວິດຈາກເຫດເຮືອບິນ ATR ຂອງບໍລິສັດຕົກໃນວັນດຽວກັນ.
ເຫດເຮືອບິນຕົກຢູ່ອີຣານ: ບໍລິສັດການບິນຖອນຄຳຖະແຫຼງກ່ຽວກັບຜູ້ເສຍຊີວີດແລະຮັບບາດເຈັບ - ảnh 1(ພາບປະກອບ: AFP/TTXVN)

ປະຈຸບັນ, ຂະບວນກູ້ໄພກູ້ຊີບພວມມານະພະຍາຍາມຊອກຫາວິທີໄປເຖິງສະຖານທີ່ເກີດເຫດ, ຊອກຫາບັນດາສະເກັດເຮືອບິນແຕກ ແລະ ກັບດຳຖືກຕົກເພື່ອວິເຄາະສາຍເຫດພາໄປເຖິງເຮືອບິນຕົກ.

        ສຳນັກຂ່າວສານ ISNA ໄດ້ຄັດສະເໜີແຈ້ງການລ້າສຸດຂອງ Aseman Airlines ໃຫ້ຮູ້ວ່າ, ຍ້ອນບໍລິເວນເຮືອບິນຕົກແມ່ນພູສູງເຫວຊັນ, ບັນດາພາລະກອນກູ້ໄພກູຊີບຍັງບໍ່ສາມາດໄປຮອດສະຖານທີ່ເກີດເຫດເທື່ອ ແລະ ຍັງບໍ່ທັນຢັ້ງຢືນໄດ້ວ່າ ຜູ້ໂດຍສານທັງໝົດ ແລະ ຈຸບິນໄດ້ເສຍຊີວິດຫຼືບໍ່.

        ຄຳຖະແຫຼງກ່ອນໜ້ານັ້ນໃນວັນດຽວກັນຂອງ Aseman Airlines ຢືນຢັນວ່າ, ເຮືອບິນ ATR ຖືກຕົກໃນເງື່ອນໄຂດິນຟ້າອາກາດຮ້າຍແຮງຢູ່ເຂດພູ Dena, ຫ່າງຈາກນະຄອນຫຼວງ Tehran ໄປທາງທິດໃຕ້ປະມານ 620 ກ.ມ ແລະ ຜູ້ໂດຍສານ 60 ຄົນ ໃນນັ້ນມີເດັກໜ້ອຍ 1 ຄົນ ແລະ ຈຸບິນ 6 ຄົນຖືກເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ