ແຂວງ ບັກນິງ ກຽມພ້ອມຈະຈັດຕັ້ງງານບຸນ ລິມ

(VOVWORLD) - ງານບຸນ ລິມ ຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 16 – 17 ກຸມພາ (ກົງກັບວັນທີ 12 – 13 ເດືອນຈຽງໄລ່ຕາມຈັນທະປະຕິທິນ) ຢູ່ເມືອງ ຕຽນຢູ ແຂວງ ບັກນິງ. 
ແຂວງ ບັກນິງ ກຽມພ້ອມຈະຈັດຕັ້ງງານບຸນ ລິມ - ảnh 1 ແຂວງ ບັກນິງ ກຽມພ້ອມຈະຈັດຕັ້ງງານບຸນ ລິມ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ສຸດຂອງແຂວງ ບັກນິງ. ຕາມທ່ານ ຫງວຽນວັນຟອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ແລ້ວ, ງານບຸນ ລິມ ປີ 2019 ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນໃນລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນ UNESCO ຮັບຮອງເອົາສິລະປະຂັບ ກວານຫໍ້ ບັກນິງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕ່າງໜ້າໃຫ້ມວນມະນຸດ. ພິເສດ, ປີນີ້ ງານບຸນຈະໄດ້ຈັດຕັ້ງໃນທ້າຍອາທິດ, ຄາດວ່າ ແຂກທ່ອງທ່ຽວຈະເຂົ້າຮ່ວມງານບຸນ ລິມ ເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ