ແຂວງ ຟູ້ເຖາະຈັດພິທີໄຫວ້ບູຊາ ພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກໄມ້,ໄຕ້ທູບທຽນບູຊາ ພະແມ່ເອົາເກີ

ແຂວງ ຟູ້ເຖາະຈັດພິທີໄຫວ້ບູຊາ ພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກໄມ້,ໄຕ້ທູບທຽນບູຊາ ພະແມ່ເອົາເກີ - ảnh 1
ພິທີໄຫວ້ບູຊາພະບິດາ ຫຼາກລອງກວນ (ພາບ:baophutho)

(vovworld)- ຕອນ​ເຊົ້າ​ວັນ​ທີ 5/4, (ກົງ​ກັບວັນທີ 6 ເດືອນ 3 ໄລຕາມຈັນທະ ປະຕິທິນ) ຢູ່ຈອມ​ພູ ຊິ​ມ ​ແລະ ພູ ຫວັ້ນທີ່​ຂຶ້ນ​ກັບ​ເຂດ​ປູຊະນີຍະສະຖານ​ວິຫານ​ຮຸ່ງ​ທີ່ແຂວງ ຟູ້ເຖາະ, ​ໄດ້​ຈັດພິທີໄຫວ້ບູຊາພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກ​ໄມ້,​ໄຕ້ທູບທຽນ ບູຊາ ພະແມ່ ເອົາເກີ. ທ່ານ​ຮ່າ​ເກ້​ຊານ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນແຂວງ ຟູ້ເຖາະ ໃຫ້ຮູ້ວ່າ :

   “ ໃນວັນທີ 6 ເດືອນ 3 ໄລຕາມຈັນທະປະຕິທິນ, ແຂວງ ຟູ້ເຖາະ ຈັດຕັ້ງພິທີໄຫວ້ບູຊາພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກ​ໄມ້,​ໄຕ້ທູບທຽນ ບູຊາ ພະແມ່ ເອົາເກີທີ່ໄດ້ໃຫ້ກຳເນີດຊາວຫວຽດນາມ. ສິ່ງນີ້ໄດ້ສະແດງໃຫ້ເຫັນ ສາຍຈິດມິດໃຈ ຂອງພໍ່​ແມ່​ປະຊາຊົນ​ຮ່ວມ​ຊາດ ​ແລະ ສຶກສາ​ອົບຮົມ​ນຳ້​ໃຈມະຫາ​ສາມັກຄີ​ຂອງ​ຊາດ​ຫວຽດນາມ. ປະຈຸ​ບັນ, ​ແຂວງ ຟູ້​ເຖາະ​ພວມ​ມີ​ແຜນ​ປັບປຸງ​ບັນດາ​ພິທີ​​ຖະຫວາຍ​ດອກ​ໄມ້ໄຕ້ທູບ​ທຽນ​ບູຊາ​ໃຫ້​ດີກ​ວ່າ​ເກົ່າ ​ເພື່ອ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນພະບຸລຸດ ” 

ຂ່າວ/ບົດ​ອື່ນ