ແຂວງ​ບິ່ງດິງ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າມາ​ລົງ​ທຶນ, ພັດ​ທະ​ນາ​ຍາວ​ນານ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕັກເຕືອນແຂວງບິ່ງດິງ ຄວນສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ແຂວງ​ບິ່ງດິງ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າມາ​ລົງ​ທຶນ, ພັດ​ທະ​ນາ​ຍາວ​ນານ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: binhdinh.gov.vn)

ແຂວງບິ່ງດິງ ສຸ້ສົນຮອດປີ 2030 ກາຍເປັນແຂວງພັດທະນາຂຶ້ນກັບກຸ່ມນຳໜ້າເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ແມ່ນສູນກາງໃຫຍ່ຂອງທົ່ວປະເທດກ່ຽວກັບການພັດທະນາເສດຖະກິດທະເລ, ຈຸດສຸມການທ່ອງທ່ຽວແຫ່ງຊາດ ແລະ ສາກົນ. ຢູ່ກອງປະຊຸມສົ່ງເສີມການລົງທຶນບິ່ງດິງ 2024 ໂດຍຄະນະກຳມະການປະຊາຊົນແຂວງບິ່ງດິງ ຈັດຂຶ້ນໃນຕອນບ່າຍວັນທີ 29 ມີນາ ຢູ່ຫໍປະຊຸມແຂວງ ບິ່ງດິງ ທີ່ນະຄອນ ກຸຍເຍິນ, ການນຳແຂວງ ກໍ່ໃຫ້ຄຳໝັ້ນສັນຍາ ຈະຮ່ວມເດີນທາງ ແລະ ສ້າງເງື່ອນໄຂ ເພື່ອໃຫ້ບັນດາວິສາຫະກິດເຂົ້າມາລົງທຶນ, ພັດທະນາຍາວນານ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕັກເຕືອນແຂວງບິ່ງດິງ ຄວນສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ປັດໄຈສຳຄັນເພື່ອດຶງດູດການລົງທຶນ ແລະ ຄວາມສາມາດໃນການແກ້ງແຍ້ງລະຫວ່າງບັນດາທ້ອງຖິ່ນ ບໍ່ແມ່ນຄວາມສາມາດບົ່ມຊ້ອນກ່ຽວກັບດິນແດນ ແຕ່ຍັງແມ່ນແຫຼ່ງຊັບພະຍາກອນມະນຸດ. ຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນປັດໄຈຕັດສິນຊີ້ຂາດ, ໃນນັ້ນ ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ບິ່ງດິງ ຄວນເອົາໃຈໃສ່ເຖິງແຫຼ່ງຊັບພະຍາກອນມະນຸດໃນບັນດາຂະແໜງເຕັກໂນໂລຢີສູງ, ປັນຍາປະດິດ, ຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ