ແຂວງຫາຍເຢືອງຕ້ອງເສີມຂະຫຍາຍທ່າແຮງຂອງຕົນ

ແຂວງຫາຍເຢືອງຕ້ອງເສີມຂະຫຍາຍທ່າແຮງຂອງຕົນ - ảnh 1
ການເຮັດວຽກໃນວັນທີ 2/7
(vovworld) – ​ຕອນ​​ເຊົ້າ​ວັນ​ທີ 2/7, ​ໃນ​ການ​ເປັນປະທານ​ການ​ເຮັດ​ວຽກ​ກັບ​ແຂວງ​ຫາຍ​ເຢືອງ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ແຂວງມານະ​ພະຍາຍາມ​ສູ້ຊົນ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ, ສຳ​ເລັດ​ລື່ນ​ກາຍ​ຄາດໝາຍ, ​ແຜນການ, ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ທົ່ວ​ປະ​ເທດ​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ແຂວງ ຫາຍ​ເຢື​ອງ ​ເອົາ​ໃຈ​ໃສ່​ພັດທະນາ​ທ່​າ​ແຮງ​ກ່ຽວ​ກັບ​ດ້ານ​ວັດທະນະທຳ​ການທ່ອງທ່ຽວ, ສຸ​ມ​ໃສ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ​ເຂດ​ປູຊະນີຍະສະ​ຖານ​ພິ​ເສດ ກົນ​ເຊີນ - ກຽບບາກ ກາຍ​ເປັນ​ສະຖານ​ທ່ີ​ທ່ອງ​ທ່ຽວ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຍ. ທ່ານ​ນາຍົກລັດຖະມົນຕີ ຫວັງ​ວ່າ: ​ແຂວງ ຫາຍ​ເຢືອງ ​ເສີມ​ຂະຫຍາຍ​ບັນດາ​ທ່າ​​ແຮງ​ດ້ານ​ກະສິກຳ ​ແລະ ​ເຂດ​ອຸດສາຫະກຳ​ຮອບດ້ານ​ກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ເນັ້ນໜັກ​ເຖິງ​ຈຸດໝາຍ​ຂອງ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່, ນັ້ນ​ແມ່ນ​ຍົກ​ສູງ​​ລາຍ​ຮັບ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.
ຂ່າວ/ບົດ​ອື່ນ