ແຂວງ​ແຄ໊ງຮ​ວ່າ ຈັດ​ຕັ້ງ​ບັນ​ດາເຫ​ດ​ການ​ວັດ​ທ​ະ​ນະ​ທຳ, ກິ​ລາ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ

(VOVWORLD) -ຈະມີທັງໝົດ 125 ເຫດການຖືກຈັດຂຶ້ນໃນຕະຫຼອດປີ ພາຍໃຕ້ຫົວຂໍ້ “ທະເລ ຍາຈາງ - ສະຖານທີ່ທ່ອງທ່ຽວປອດໄພ”.
ແຂວງ​ແຄ໊ງຮ​ວ່າ ຈັດ​ຕັ້ງ​ບັນ​ດາເຫ​ດ​ການ​ວັດ​ທ​ະ​ນະ​ທຳ, ກິ​ລາ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ - ảnh 1ທະເລ ຍາຈາງ (ພາບ: VOV)

ຄະນະກຳມະການປະຊາຊົນແຂວງ ແຄ໊ງຮວ່າ ຫາກໍປະກາດແຜນການຈັດຕັ້ງການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ປີ 2022 ໃນບໍລິເວນແຂວງ. ຕາມນັ້ນແລ້ວ, ຈະມີທັງໝົດ 125 ເຫດການຖືກຈັດຂຶ້ນໃນຕະຫຼອດປີ ພາຍໃຕ້ຫົວຂໍ້ “ທະເລ ຍາຈາງ - ສະຖານທີ່ທ່ອງທ່ຽວປອດໄພ”.

ເຫດການສ່ວນຫຼາຍຈະຖືກຈັດຂຶ້ນໃນລະດູຮ້ອນ, ເວລາຍອດສູງແມ່ນເດືອນມິຖຸນາ ແລະ ເດືອນກໍລະກົດ. ພົ້ນເດັ່ນແມ່ນງານປະກວດນາງງາມທ່ອງທ່ຽວທະເລ ຫວຽດນາມ ປີ 2022, ເຊິ່ງຈະຖືກຈັດຂຶ້ນຢູ່ນະຄອນ ຍາຈາງ. ທ່ານ ຮວິ່ງດຶກຮວ່າ, ຜູ້ອຳນວຍການໃຫຍ່ບໍລິສັດ Hunky Dory ຫວຽດນາມ ຈຳກັດ, ເຊິ່ງເປັນຫົວໜ່ວຍຈັດຕັ້ງເຫດການດັ່ງກ່າວໃຫ້ຮູ້ວ່າ

     “ງານປະກວດນາງງາມທ່ອງທ່ຽວທະເລ ຫວຽດນາມ ແມ່ນໜຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວ. ນັ້ນບໍ່ແມ່ນການປະກວດນາງງາມສະເພາະເທົ່ານັ້ນ ຫາກນອນໃນລາຍການທ່ອງທ່ຽວ VIP ພັກຜ່ອນບຳລຸງສຸຂະພາບອີກດ້ວຍ. ລວມມີທັງປີ້ຍົນ, ການໄປມາ, ພັກຜ່ອນຢູ່ເຂດທ່ອງທ່ຽວເກຼດດີ ແລະ ສາມາດນຳໃຊ້ການບໍລິການຄືຕີກັອບ, ຮັບຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ສົມທົບກັບງານປະກວດຮອບຊິງຊະນະເລີດ ເພື່ອດຶງດູດແຂກທ່ອງທ່ຽວມາທ່ຽວ ຍາຈາງ - ແຄ໊ງຮວ່າ”.


ຕອບກັບ

ຂ່າວ/ບົດ​ອື່ນ