ແຂວງແຄ໋ງຮ່ວາປະຕິເສດເລື່ອງຈັດຕັ້ງການເລືອກຕັ້ງຢ່າງຜິດກົດໝາຍຂອງຈີນຢູ່ເຈື່ອງຊາ

ແຂວງແຄ໋ງຮ່ວາປະຕິເສດເລື່ອງຈັດຕັ້ງການເລືອກຕັ້ງຢ່າງຜິດກົດໝາຍຂອງຈີນຢູ່ເຈື່ອງຊາ - ảnh 1
ທ່ານ ​ເລ​ດຶກ​ວີ​ງ ປະທານ​ຄະນະ​
ກຳມະການ​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ
(ພາບ: baokhanhhoa.com.vn)

(vovworld) -  ​ເລື່ອງ ຈີນ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ປະຊາຊົນ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ນະຄອນ​ຕາມ​ຊາ”. ຕອນ​ບ່າຍ​ວັນ​ທີ 10/10 ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ແຂວງ ​ແຄ໋ງຮ່ວາ ​ໄດ​້​ແນະນຳຄຳ​ຖະ​ແຫຼ​ງທາງ​ການ​ຂອງ​ທ່ານ ​ເລ​ດຶກ​ວີ​ງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ, ປະຕິ​ເສດ​ການ​ກະທຳ​ຜິດ​ກົດໝາຍ​ດັ່ງກ່າວ. ຕາມ​ນັ້ນ​ແລ້ວ ​ແຂວງ ​ແຄ໋ງຮ່ວາ ຢືນຢັນ​ວ່າ: “​ເມືອງ​ເກາະ ​ເຈື່ຶອງຊາ ​ແມ່ນ​ສ່ວນ​ໜຶ່ງທີ່​ບໍ່​ສາມາດ​ຕັດ​ແຍກ​​ອອກ​ຈາກຜືນ​ແຜ່ນ​ດິນ ຫວຽດນາມ ​ໄດ້ ​ແລະ ຂຶ້ນ​ກັບ​ສິດ​ຄຸ້ມ​ຄ​ອງບໍລິຫານ​ຂອງ​ແຂວງ ​ແຄ໋ງຮ່ວາ. ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ຢືນຢັນ​ອີກ​ຄັ້ງ​ໜຶ່ງ ຂັດ​ໃຈ​ທີ່​ສຸດ​ຕໍ່​ເລື່ອງ ຈີນ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ປະຊາຊົນ ຂອງອັນ​ທີ່​ເອີ້ນ​ວ່າ “ນະຄອນ​ຕາມ​ຊາ” ​ເຊິ່ງ ຈີນ ​ໄດ້​ສ້າງ​ຂຶ້ນຢ່າງ​ຜິດ​ກົດໝາຍ, ລວມ​ທັງ​ເມືອງ​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ. ​ເລື່ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ດັ່ງກ່າວ​ຂອງ​ຝ່າຍ ຈີນ ​ໄດ້ລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ຢ່າງ​ຮ້າຍ​ແຮງ.

        ​ແຂວງ ​ແຄ໋ງຮ່ວາ ​ເດັດດ່ຽວ​ປະຕິ​ເສດ​ການ​ກະທຳ​ຢ່າງ​ຜິດພາດ ​ແລະ ຜິດ​ກົດໝາຍ​ດັ່ງກ່າວ​ຂອງ​ຝ່າຍ ຈີນ. ພ້ອມ​ທັງ ຮຽກຮ້ອງຝ່າຍ ຈີນ ບໍ່ດຳ​ເນີນ​ບັນດາ​ການ​ກະທຳ​ທີ່​ສົ່ງ​ຜົນ​ຮ້າຍ​ເຖິງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ​ແລະ ນ້ຳ​ໃຈ​ຂອງ​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ.

 

 

 

ຂ່າວ/ບົດ​ອື່ນ