ແນວໂຮມປະເທດຊາດຫວຽດນາມ ປະກອບຄຳຄິດຄຳເຫັນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992

ແນວໂຮມປະເທດຊາດຫວຽດນາມ ປະກອບຄຳຄິດຄຳເຫັນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992 - ảnh 1
(ພາບປະກອບ)

(vovworld) -     ​ວັນ​ທີ 03/01, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ​້ຈັດ​ຕັ້ງ​ກອງ​ປະຊຸມ​ກັບ​ບັນດາ​ອົງການ​ແນວ​ໂຮມ​ທ້ອງ​ຖິ່ນກ່ຽວ​ກັບ​ວຽກ​ງານຜັນ​ຂະຫຍາຍ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ທ່ານ ວູຈ້ອງ​ກີ​ມ, ຮອງ​ປະທານ​ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ຄະນະ​ກຳມະການໃຫ້​ຮູ້​ວ່າ, ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ນີ້, ​ແນວ​ໂຮມ​ປະ​ເທດ​ຊາດ​ ​ແລະ ບັນດາ​ອົງການ​ແນວ​ໂຮມ​ທ້ອງ​ຖິ່ນ ຈະ​ຈັດ​ບັນດາ​ການ​ສຳ​ມະ​ນາ, ​​ໂອ້ລົມ​ສົນ​ທະນາກ່ຽວ​ກັບ​ເນື້ອ​ໃນ, ຮູບ​ແບບ​ທີ່​ອຸດົມສົມ​ບຸນ, ​ເສີມ​ຂະຫຍາຍ​ພູມ​ປັນຍາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ຕາມ​ທ່ານ ວູຈ້ອງ​ກີ​ມ ​ແລ້ວ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ປະຕິບັດປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ສາມາດ​ເຂົ້າ​ຮ່ວມ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຄົບ​ຖ້ວນ​ເຂົ້າ​ໃນຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ບົນ​ຈິດ​ໃຈນັ້ນ, ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ແຕ່​ຂັ້ນ​ຮາກ​ຖານ.

ຕອບກັບ

ຂ່າວ/ບົດ​ອື່ນ