ແນວໂຮມປະເທດຊາດຫວຽດນາມປະກອບຄຳເຫັນກໍ່ສ້າງພັກແລະອຳນາດການປົກຄອງ

ແນວໂຮມປະເທດຊາດຫວຽດນາມປະກອບຄຳເຫັນກໍ່ສ້າງພັກແລະອຳນາດການປົກຄອງ - ảnh 1
ແນວໂຮມປະເທດຊາດຫວຽດນາມ
ປະກອບຄຳເຫັນກໍ່ສ້າງພັກແລະອຳນາດການປົກຄອງ
(ພາບ: mattran)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ ປະ​ກອບ​ຄຳ​ເຫັນ​ກໍ່​ສ້າງ​ພັກ​ ແລະ​ ອຳ​ນາດ​ການ​ປົກ​ຄອງ - ສະ​ພາບ​ຕົວ​ຈິງ ແລະ ມາດ​ຕະ​ການ​ແກ້​ໄຂ”. ຕາມ​ທ່ານ ເຈີນ​ເ​ຫົ້າ, ​​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ແນວ​ໂຮມ​ປະ​ເທດ​ຊາດໄດ້​ກາຍ​ເປັນອົງ​ການ​ຕາງ​ໜ້າ​ໃຫ້​ສິດ ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ ແລະ ​ຖືກ​ຕາມ​ກົດ​ໝາຍຂອງ​ປະ​ຊາ​ຊົນ, ​ກະບອກ​ສຽງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ແມ່ນ​ສ​ຽງ​ເວົ້າ​ຂອງ​ອົງ​ການ​ຈັດ​ຕັ້ງ​ຂອງ​ປະ​ຊາ​ຊົນ… ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ກໍ​ສະ​ເໜີ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຕ້ອງ​ປ​່ຽນ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ, ຫັນ​ຮູບ​ແບບ​ການ​ປະ​ກອບ​ຄຳ​ເຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຖື​ເລື່ອງ​ປະ​ກອບ​ຄຳ​ເຫັນ​ໂດຍ​ກົງ​ເປັນ​ສຳ​ຄັນ, ສຸມ​ໃສ່​ກຳ​ແໜ້ນ​ຫາງ​ສຽງ​ສັງ​ຄົມ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ…

ຂ່າວ/ບົດ​ອື່ນ