ແນວໂຮມປະເທດຊາດຫວຽດນາມສືບຕໍ່ສົມທົບກັບບັນດາອົງການສື່ມວນຊົນໃນການໄຈ້ແຍກຕີລາຄາ

ແນວໂຮມປະເທດຊາດຫວຽດນາມສືບຕໍ່ສົມທົບກັບບັນດາອົງການສື່ມວນຊົນໃນການໄຈ້ແຍກຕີລາຄາ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍິນ ລົງ​ຢ້ຽມຢາມສະຖານີວິທະຍຸ​ກະຈາຍສຽງ​

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 91 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/6/1925-21/6/2016). ຕອນ​ເຊົ້າ​ວັນ​ທີ 17/6, ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ຄະນະ​ການ​ນຳ, ນັກ​ຂ່າວ, ບັນນາທິການ, ນັກ​ເຕັກນິກ​ສຳນັກ​ຂ່າວສານ ຫວຽດນາມ, ສະຖານີວິທະຍຸ​ກະຈາຍສຽງ​ ຫວຽດນາມ, ​ແລະ ສະຖານີ​ໂທລະພາບ ຫວຽດນາມ. ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນຖື​ວ່າ, ການ​ເຄື່ອນ​ໄຫວ​ຂອງ ​ສຳນັກ​ຂ່າວສານ ຫວຽດນາມ, ສະຖານີວິທະຍຸ​ກະຈາຍສຽງ​ ຫວຽດນາມ, ​ແລະ ສະຖານີ​ໂທລະພາບ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ​, ກ່ຽວ​ກັບ​ພື້ນຖານ​ດ້ານ​ວັດຖຸ, ​ເນື້ອ​ໃນ, ​ລາຍການ, ມີ​ຫຼາຍ​ຄໍ​ລຳ ສາມາດຕອບ​ສະໜອງ​​ໄດ້ຄວາມ​ຕ້ອງການ​ຂອງ​ສັງຄົມ. ທ່ານ ຫງວຽນ​ທ້ຽນ​ເຍິນ​ຫວັງ​ວ່າ, ​ສຳນັກ​ຂ່າວສານ ຫວຽດນາມ, ສະຖານີວິທະຍຸ​ກະຈາຍສຽງ​ ຫວຽດນາມ, ​ແລະ ສະຖານີ​ໂທລະພາບ ຫວຽດນາມ ຈະ​ສືບ​ຕໍ່​ອັບ​ເດັດ, ພັດທະນາ, ສ້າງ​ບາດກ້າວ​ບຸກທະລຸ ​ແລະ ບັນຍາ​ການ​ໃໝ່​ໃຫ້​ລະບົບ​ສື່​ສານ, ສື່​ມວນ​ຊົນ​ຂອງ​ປະ​ເທດ​​ໃຫ້ເທົ່າ​ທຽມ​ກັບ​ລະດັບ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ຢືນຢັນ​ວ່າ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ​ຈະ​ສືບ​ຕໍ່​ສົມທົບ​ກັບ​ສຳນັກ​ຂ່າວສານຫວຽດນາມ, ສະຖານີວິທະຍຸ​ກະຈາຍສຽງ​ ຫວຽດນາມ, ​ແລະ ສະຖານີ​ໂທລະພາບ ຫວຽດນາມ ​ໃນວຽກ​ງານ​ຕິດຕາມ​ກວດກາ​, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ, ປຸກລຸກ​ນຳ້​ໃຈ​ສາມັກຄີ, ​ເຕົ້າ​ໂຮມ​ປະຊາຊົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທ​ດຊາດ​ໃນ​ຕໍ່​ໜ້າ.

ຂ່າວ/ບົດ​ອື່ນ