ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມວິວັດການປະຕິຮູບຕຸລາການ

ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມວິວັດການປະຕິຮູບຕຸລາການ - ảnh 1
ແນວໂຮມປະເທດຊາດຫວຽດນາມ
ເຂົ້າຮ່ວມວິວັດການປະຕິຮູບຕຸລາການ
(ພາບ: daidoanket.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 09/09, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ ດ້ວຍ​ຫົວ​ຂໍ້ “ແນວ​ໂຮມ​ປະ​​ເທ​ດຊາດ​ຫວຽດນາມ​ເຂົ້າ​ຮ່ວມ​ວິວັດ​ການ​ປະຕິ​ຮູບ​ຕຸ​ລະກາ​ນ”. ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ, ນັກວິ​ທະຍາ​ສາດ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ ​ໄດ້​​ແລກປ່ຽນ​ກ່ຽວ​ກັບບົດບາດ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​ໃນ​ວຽກ​ງານ​ປະຕິ​ຮູບ​ຕຸ​ລະກາ​ນ, ສິ່ງ​ທ່ີ​ບໍ່​ເຖິງ​ຖອງ ​ເມື່ອ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມ​ວິວັດ​ການ​ປະຕິ​ຮູບ​ຕຸ​ລະກາ​ນ. ພ້ອມ​ທັງ​ຍົກ​ອອກ​ມາດ​ຕະການ​ແກ້​ໄຂ, ຮູບການ​ຮັບ​ປະກັນ​ການ​ເຂົ້າ​ຮ່ວມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ເຂົ້າ​ໃນ​ການ​ປະ​ຕິຮູບ​ຕຸ​ລະກາ​ນຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ບົດບາດ​ຕິດຕາມ​ກວດກາ​ຂອງ​ແນວ​ໂຮມ, ຂອງ​ປະຊາຊົນ​ສຳລັບ​ການ​ເຄື່ອນ​ໄຫວ​ຕຸ​ລະກາ​ນໃຫ້​ສຳ​ເລັດ, ປະກອບສ່ວນ​ພ້ອມ​ກັບ​ພັກ, ລັດ ປະຕິບັດ​​ຄາດໝາຍ, ໜ້າ​ທີ່ຂອງ​ຍຸດ​ທະ​ສາດ​ປະຕິ​ຮູບຕຸ​ລະກາ​ນ​ຮອດ​ປີ 2020. ບັດ​​ດາ​ຜູ້​ແທນກໍ​ຖື​ວ່າ: ​ເລື່ອງແນວ​ໂຮມ​ປະ​ເທດ​ຊາດ​ ​ເຂົ້າ​ຮ່ວມ​ວິວັດ​ການ​ປະຕິ​ຮູບ​ຕຸ​ລະກາ​ນ ​ຕ້ອງ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຖ້ວນ ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ສ້າງ​ນະ​ໂຍບາຍ, ລະບອບ​ກົດໝາຍ​ໃຫ້​ສົມ​ບູບ​ແບບ; ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ດ້ານ​ກົດໝາຍ​ໃນ​ປະຊາຊົນ; ປົກ​ປ້ອງ​ສິດຜົນປະ​​ໂຫຍດອັນ​ຊອບ​ທຳ​ ​ແລະ​ ຖືກ​ຕາມ​ກົດໝາຍຂອງປະຊາຊົນ.

ຂ່າວ/ບົດ​ອື່ນ