ແບ່ງປັນບົດຮຽນສາກົນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ສະພາແຫ່ງຊາດຫວຽດນາມ ສວມບົດບາດສໍາຄັນໃນການຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”
ແບ່ງປັນບົດຮຽນສາກົນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ - ảnh 1 ທ່ານເລຂາທິການໃຫຍ່ IPU ມອບຊຸດເຄື່ອງມືຕີລາຄາລັດຖະສະພາດ້ວຍຕົນເອງໃຫ້ທ່ານນາງງຫວຽນທິກິມເງິນ

ຕອນບ່າຍວັນທີ 17 ທັນວາ, ຢູ່ນະຄອນດ່າໜັງ, ສະພາແຫ່ງຊາດຫວຽດນາມ ສົມທົບກັບສະຫະພັນລັດຖະສະພາສາກົນ (IPU) ແລະ ລາຍການພັດທະນາສະຫະປະຊາຊາດ (UNDP) ໄດ້ຈັດຕັ້ງກອງປະຊຸມແນະນໍາກ່ຽວກັບຊຸດເຄື່ອງມືຕີລາຄາລັດຖະສະພາດ້ວຍຕົນເອງ ແລະບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ພ້ອມກັບປະສົບການສາກົນ. ກ່າວຄໍາເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ໃນບັນດານະໂຍບາຍພັດທະນາເສດຖະກິດ, ຫວຽດນາມ ລ້ວນແຕ່ຕິດພັນກັບການຮັບປະກັນຊີວິດສັງຄົມ ແລະ ບັນດາບັນຫາສິ່ງແວດລ້ອມ, ເພາະສະນັ້ນ ຈຶ່ງບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ. ເຖິງຢ່າງໃດກໍຕາມ, ຫວຽດນາມ ພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ພົ້ນເດັ່ນທີ່ສຸດແມ່ນການນໍາໃຊ້ພະລັງງານສະອາດ, ດັ່ງນັ້ນ ສະພາແຫ່ງຊາດຫວຽດນາມ ຄວນຍົກສູງບົດບາດ, ພະຍາຍາມຍາດແຍ່ງເອົາບັນດາການໜູນຊ່ວຍຈາກບັນດາອົງການຈັດຕັ້ງສາກົນ ແລະ ມີກົນໄກນະໂຍບາຍ ເພື່ອປ່ຽນແປງໃໝ່ຮູບແບບພັດທະນາ.

        ນະທີ່ນີ້, ທ່ານ Alex Read, ນັກຊ່ຽວຊານຂອງ IPU  ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ສວມບົດບາດສໍາຄັນໃນການຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”. ທ່ານນາງ Lesley Miller, ຮັກສາການຫົວໜ້າຄະນະຕາງໜ້າ ໂຄງການ UNDP ປະຈໍາຫວຽດນາມ, ຖືວ່າ ຫວຽດນາມ ຄວນເພີ່ມທະວີກໍາລັງຄວາມສາມາດຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ບົດບາດໃນການຕິດຕາມກວດກາຂອງສະພາແຫ່ງຊາດ ສໍາລັບການປະຕິບັດບັນດາເປົ້າໝາຍດັ່ງກ່າວຢູ່ລະດັບຊາດ; ພ້ອມທັງຮັບປະກັນການລົງທຶນສາທາລະນະ ປະຕິບັດຢ່າງຍຸຕິທໍາ.


ຕອບກັບ

ຂ່າວ/ບົດ​ອື່ນ