ແລກປ່ຽນບົດຮຽນສາກົນ ກ່ຽວກັບການຫຼຸດຜ່ອນ ຄວາມທຸກຍາກ ຢ່າງໝັ້ນຄົງ

ແລກປ່ຽນບົດຮຽນສາກົນ ກ່ຽວກັບການຫຼຸດຜ່ອນ ຄວາມທຸກຍາກ ຢ່າງໝັ້ນຄົງ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍ, ປະທານກຳມາທິການ​
ບັນດາ​ບັນຫາ​ສັງຄົມ​ຂອງ​ສະພ​າແຫ່ງ​ຊາດຫວຽດນາມ)


(vovworld) - ​ວັນ​ທີ 14 ກັນຍາ, ຢູ່​ຮ່າ​ໂນ້ຍ, ​ກຳມາທິການ​ບັນດາ​ບັນ​ຫາ​ສັງຄົມຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​​ໄດ້ສົມທົບກັບ​ອົງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP) ຈັດ​ກອງ​ປ​ະສຸມ​ສຳ​ມະ​ນາ ກ່ຽວ​ກັບ​ວິທີ​ສຳ​ພັດ​ກັບ​ຄວາມທຸກ​ຍາກ​ດ້ວຍ​ຫຼາຍ​ແງ່ມຸມ, ບົດຮຽນ​ສາກົນ ​ແລະ ຄວາມ​ສາມາດ​ນຳ​ໃຊ້​ຢູ່​ຫວຽດນາມ. ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ຕາມ​ບັນດາ​ຜູ້​​ແທນ​​ແລ້ວ, ຕ້ອງ​ຄົ້ນຄວ້າ, ພິຈາລະນາ​ວິທີ​ກຳນົດ​ຄອບຄົວ​ທຸກ​ຍາກ, ຕີ​ລາຄາ, ​​ໄຈ້​ແຍກ​ສະພາບ​ທຸກ​ຍາກ... ທ່ານ​ນາງ ​ເຈືອງ​ທິມາຍ, ປະທານກຳມາທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພ​ແຫ່ງ​ຊາດຫວຽດນາມ ​ໃຫ້​ຄຳ​ເຫັນ​ວ່າ.

        “ບໍ່​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ສຳ​ພັດ​ກັບຄວາມ​ສຳນຶກຄວາມທຸກ​ຍາກ​ດ້ວຍ​ຫຼາຍ​ແງ່ມຸມ. ພວກ​ເຮົາ​​ໄດ້​ສຳ​ພັດ​ດ້ວຍ​ນະ​ໂຍບາຍ​ຫຼາຍ​ແງ່​ມຸມ ​ແຕ່​ໃນ​ມາດຖານ​ກຳນົດ​ຄວາມ​ທຸກ​ຍາກ ຍັງ​ບໍ່​ທັນ​ສຳ​ພັດ​ກັບມາດຖານທຸກ​ຍາກ​ດ້ວຍ​ຫຼາຍ​ແງ່ມຸມ​, ​ເພາະສະ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຈະ​ມີ​ບົດ​ຮຽນ​ຈາກ​ບັນດາ​ປະ​ເທດຕື່ມ​ອີກ, ​ເພີ່ມ​​ເຕີ່​ມບັນດາ​ຂໍ້​ສະ​ເໜີ​ແນະຈາກ​ອົງການ​ພັ​ດທະນາ​ຂອງ​ສະຫະ​ປະຊາ​ຊາດ. ພວກ​ເຮົາ​ຈະ​ຄົ້ນຄວ້າ​ເພື່ອ​ພາຍຫຼັງ​ປີ 2015 ຫວຽດນາມ ຈະ​ມີ​ມາດຖານ​ກຳນົດຄວາມທຸກ​ຍາກ​ຫຼາຍ​ແງ່​ມຸນ​ທີ່​ເໝາະ​ສົມ, ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ”.


ຂ່າວ/ບົດ​ອື່ນ