ໂຄງການພັດທະນາສປຊວາງຄາດໝາຍປະຕິຮູບເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

ໂຄງການພັດທະນາສປຊວາງຄາດໝາຍປະຕິຮູບເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1
ທ່ານ​ນາງ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​
ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ສປຊ
(ພາຍອິນເຕີແນັດ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 24/02, ຢູ່​ສຳນັກງານ​ຂອງ​ສະຫະ​ປະຊາ​ຊາດ (ສປຊ), ​ໂຄງການ​ພັດທະນາ ສປຊ (UNDP) ຈັດ​ຕັ້ງ​ກອງ​ປະຊຸມ​ພິ​​ເສດສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ນີ້. ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ເພື່ອຊ່ວຍ​ສ້າງອານາຄົດ​ຂອງ UNDP ໃນ​ທົ່ວ​ໂລກ ພ້ອມ​ທັງ​ຖື​ວ່າ: UNDP ຄວນ​ຕ້ອງ​ປະຕິ​ຮູບເອງ ​ເພື່ອ​​ຮັບຜິດຊອບໜ້າ​ທີ່ຊຸກຍູ້​ໂຄງການ​ດຳ​ເນີນ​ງານ​ບັນດາ​​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນຍົງ (SDGs) ດ້ວຍ​ບັນດາ​ຈຸດ​ໝາຍ​ໃຫຍ່, ສັບສົນ ​ແລະ ມີຂອບ​ຂະໜາດຂ້າມ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຜູ້ອຳນວຍການ​ໃຫຍ່ UNDP ທ່ານ Helen Clark ຢັ້ງຢືນ​ວ່າ: ​ເຖິງ​ວ່າ ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ​ແລະ ພາ​ໃຫ້ UNDP ກໍ່​ຕ້ອງ​ມີ​ບັນດາ​ການ​ປ່ຽນ​ແປງ ​ເພື່ອ​ຮັບ​ມື. ​ໂດຍ​ຜ່ານ UNDP ບັນດາ​ປະ​ເທດ​ສະມາຊິກສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ພວມ​ມານະ​ພະຍາຍາມ​ປະຕິບັດ​ຈຸດໝາຍ​ທີ່​ເປັນ​ແກ່ນ​ສານຂອງ ສປຊ, ນັ້ນ​ແມ່ນ “ຊຸກຍູ້​ຄວາມ​ກ້າວໜ້າ​​ດ້ານສັງຄົມ ​ແລະ ປັບປຸງລະດັບຄອງ​ຊີບ​ຢູ່​​ໃຫ້​ແກ່ປະຊາຊົນ”.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ສປຊ ຢືນ​ຢັນ​ວ່າ: ຫວຽດນາມ ​ໃຫ້ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມືຢ່າງ​ແໜ​້ນ​ແຟ້ນກັບ UNDP ​ແລະ ບັນດາ​ອົງການ​ສຳ​ນັກງານ​ອື່ນໆ​ຂອງ ສປຊ ​ເພື່ອ​ຫັນ SDGs ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.


ຂ່າວ/ບົດ​ອື່ນ