ໂຄສະນາການທ່ອງທ່ຽວຫວຽດນາມຢູ່ອິນໂດເນເຊຍ

 ໂຄສະນາການທ່ອງທ່ຽວຫວຽດນາມຢູ່ອິນໂດເນເຊຍ - ảnh 1
(ອ່າວ​ຮ້າ​ລອງ)

(vovworld) - ​​ໃນ​ລະຫວ່າງ​ວັນ​ທີ 3 – 7/8/2015, ກົມ​ໃຫຍ່​ທ່ອງ​ທ່ຽວ​ສົມທົບ​ກັບ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຈັດ​ຕັ້ງ​ລາຍການ​ໂຄສະນາ, ​​ແນະນຳ​ການທ່ອງທ່ຽວ ຫວຽດນາມ ຢູ່ ນະຄອນ Surabaya ​ແລະ ນະຄອນຫລວງ Jakata (ອິນ​ໂດ​ເນ​ເຊຍ). ລາຍການ​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ສຳພັດ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ​ໂຄສະນາ​ຮູບ​ພາບ​ເຖິງ​ບັນດາ​ຄູ່​ຮ່ວມ​ມື ອິນ​ໂດ​ເນ​ເຊຍ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ​ໄປ​ທ່ອງ​ທ່ຽວ ຫວຽດນາມ. ຍຸດ​ທະ​ສາດ Marketing ​ທ່ອງ​ທ່ຽວ​ຮອດ​ປີ 2020 ຊຶ່ງ ຫວຽດນາມ​ພວມ​ປະຕິບັດຖື​ ອິນ​ໂດ​ເນ​ເຊຍ ​ເປັນ​ຕະຫລາດ​ທ່ອງ​ທ່ຽວ​ທີ່​ສຳຄັນ. ​ເຖິງ​ວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ​ມາ​ທ່ອງ​ທ່ຽວ ຫວຽດນາມ ບໍ່​ທັນ​ຫລາຍກໍ​ຕາມ, ​ແຕ່​ໃນ​ອະ​ນາ​ຄົດຈະມີ​ຫລາຍເງື່ອນ​ໄຂ​ສະດວກ​ເພື່ອ​ຊ່ວຍ​ການພັດທະນາ​ແຫຼ່ງນັກ​ທ່ອງ​ທ່ຽວ​ຈາກ​ຕະຫລາດ​ນີ້.
ຂ່າວ/ບົດ​ອື່ນ