ໂຄສະນາບັນດາຜະລິດຕະພັນກະເສດຫວຽດນາມຢູ່ສິງກະໂປ

ໂຄສະນາບັນດາຜະລິດຕະພັນກະເສດຫວຽດນາມຢູ່ສິງກະໂປ - ảnh 1
(ພາບປະກອບ)

​(vovworld) - ໃນ​ລາຍການ​ໂຄສະນາ​ສິນຄ້າ​ຫວຽດນາມ ຖືກ​ດຳ​ເນີນ​ແຕ່​ວັນ​ທີ 04 – 07/06, ມີ​​ຜະລິດ​ຕະພັນກະ​ເສດ​ຂອງ​ຫວຽດນາມ ຫຼາຍ​ປະ​ເພດ​ໄດ້​ນຳ​ເຂົ້າ​ໂຄສະນາ​ໃນ​ລະບົບ​ຮ້ານ​ສັບພະ​ສິນຄ້າ​ໃຫຍ່​ກວ່າ​ໝູ່​ຢູ່​ສິ່ງ​ກະ​ໂປ, NTUC FaurPrice.  ນີ້​ແມ່ນ​ປີ​ທີ່ 2 NTUC FaurPrice ຈັດ​ຕັ້ງ​ລາຍການ​ຍ​ໂຄສະນາ​ສິນຄ້າ​ຫວຽດນາມ ​ໃນ​ລະບົບ​ຮ້ານ​ສັບພະ​ສິນຄ້າ​ຂອງ​ຕົນ, ດ້ວຍສິນ​ຄ້າ 50 ປະ​ເພດ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເພດສິ້ນ​ຄ້າ​ໃໝ່​ຄື, ປາ Phile ​ແຊ​ເຢັນ, ໝາກ​ລະມຸດ, ມາກ​ມ່ວງ​​ແນວ​ພັນອົດສຕາ​ລີ… ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສິງກະ​ໂປ ຫງວຽນ​ຕຽນ​ມິ​ງ ​ໃຫ​້ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ​ຫວຽດນາມ ຈະ​ນຳ​ໃຊ້​ມາດຖານ​ສິງ​ກະ​​ໂປ ​ເຂົ້າ​ວິວັດ​ການ​ຜະລິດຂັ້ນ​ຕົ້ນ ​ເພື່ອ​​ໃຫ້​ສິ້ນ​ຄ້າ​ຫວຽດນາມ ສາມາດ​​ແຊກ​ຊິຶມ​ເຂົ້າ​ຕະຫຼາດ​ສິງກະ​ໂປ ​ໃຫ້​ຫຼາຍ​ກວ່າ​ອີກ.
ຂ່າວ/ບົດ​ອື່ນ