ໂຄສະນາພາບພົດຫວຽດນາມໃນງານບຸນເດືອນມໍລະດົກອາຊີ-ປາຊີຟິກ

(VOVWORLD) -ວັນທີ 13/5, ພະນັກງານບັນດາອົງການສຳນັກງານຜູ້ຕາງໜ້າຫວຽດນາມປະຈຳນິວຢອກປະເທດອາເມລິກາ ໄດ້ເຂົ້າຮ່ວມງານບຸນເດືອນມໍລະດົກອາຊີ-ປາຊີຟິກ ຊຶ່ງຖືກຈັດຂຶ້ນຢູ່ມະຫາວິທະຍາໄລ Stony Brook ນິວຢອກ
     ໂຄສະນາພາບພົດຫວຽດນາມໃນງານບຸນເດືອນມໍລະດົກອາຊີ-ປາຊີຟິກ - ảnh 1 ຮ້ານວາງສະແດງຂອງຫວຽດນາມໄດ້ຮັບຄວາມສົນໃຈ

ເຂົ້າຮ່ວມງານບຸນມີ 11 ປະເທດ ແລະ ເຂດແຄ້ວນເຊັ່ນ: ຫວຽດນາມ, ອິນເດຍ, ຈີນ, ຍີປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ໄທ, ຟີລິບປິນ, ເນປານ, ບັງກາລາເທດ ແລະ ປາກິສະຖານ.

    ໃນເຫດການນີ້, ຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ແລະ  ບັນດາອົງການສຳນັກງານຜູ້ຕາງໜ້າຫວຽດນາມປະຈຳນິວຢອກປະເທດອາເມລິກາ ໄດ້ແນະນຳໃຫ້ແຂກຄົນທັງຫຼາຍຮັບຊາບກ່ຽວກັບບັນດາທິວທັດທຳມະຊາດຫວຽດນາມ, ຄວາມງາມຂອງຊຸດເສື້ອຍາວຫວຽດນາມ, ເຄື່ອງສິລະປະຫັດຖະກຳ, ບັນດາລາຍການສະແດງສິລະປະດ້ວຍເຄື່ອງດົນຕີພື້ນເມືອງ….

ຕອບກັບ

ຂ່າວ/ບົດ​ອື່ນ