ໂທ​ລະ​ເລກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ອະ​ໄພ​ຍາະໂທດ ປີ 2022

(VOVWORLD) -ວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ປະກາດໃຊ້ໂທລະເລກ ກ່ຽວກັບການຜັນຂະຫຍາຍປະຕິບັດວຽກງານອະໄພຍະໂທດ ປີ 2022 . 
ໂທ​ລະ​ເລກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ອະ​ໄພ​ຍາະໂທດ ປີ 2022 - ảnh 1ພາບປະກອບ: TTXVN

ໂທລະເລກໄດ້ຊີ້ແຈ້ງວ່າ ເພື່ອຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ ວຽກງານອະໄພຍະໂທດ ປີ 2022, ປະຕິບັດແຜນນະໂຍບາຍ, ນະໂຍບາຍມະນຸດສະທຳ, ອະໄພຍະໂທດຂອງພັກ ແລະ ລັດຕໍ່ນັກໂທດໃຫ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງຕຳຫຼວດ ປະຕິບັດໜ້າທີ່ເປັນເສນາທິການ ໃຫ້ແກ່ສະພາໃຫ້ຄຳປຶກສາການອະໄພຍະໂທດໃຫ້ເປັນຢ່າງດີ, ມີຄວາມຮັບຜິດຊອບໂດຍກົງໃນການຊີ້ນຳການພິຈາລະນາສະເໜີອະໄພຍາໂທດໃຫ້ແກ່ນັກໂທດທີ່ພວມປະຕິບັດຄຳຕັດສິນຂອງສານ ຢູ່ຄ້າຍກັກຂັງ, ຄ້າຍກັກຂັງຊົ່ວຄາວ, ເຮືອນກັບຕົວຊົ່ວຄາວ ໂດຍກະຊວງຕຳຫຼວດ ຄຸ້ມຄອງ. ກະຊວງປ້ອງກັນຊາດມີຄວາມຮັບຜິດຊອບໂດຍກົງຕໍ່ການຊີ້ນຳຢ່າງແໜ້ນແຟ້ນ ການພິຈາລະນາການສະເໜີອະໄພຍະໂທດໃຫ້ແກ່ນັກໂທດ ທີ່ພວມປະຕິບັດຄຳຕັດສິນຂອງສານຢູ່ຄ້າຍກັກຂັງ, ຄ້າຍກັກຂັງຊົ່ວຄາວ ໂດຍກະຊວງປ້ອງກັນປະເທດຄຸ້ມຄອງ.

ໂທລະເລກຂອງທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະການສື່ສານຊີ້ນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນລົງຂ່າວທີ່ມີເນື້ອໃນກ່ຽວກັບເອກະສານວ່າດ້ວຍການອະໄພຍະໂທດປີ 2022 ຢ່າງຄົບຖ້ວນ ເພື່ອໃຫ້ປະຊາຊົນໝົດທຸກຄົນ ແລະ ນັກໂທດເຂົ້າໃຈແຈ້ງກ່ຽວກັບເງື່ອນໄຂ, ມາດຕະຖານ, ວິວັດການ, ລະບຽບການພິຈາລະນາອະໄພຍະໂທດ… ຊ່ວຍໃຫ້ບັນດານັກໂທດສາມາດປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຕົນດ້ວຍຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ