ໂລກ​ລະ​ບາດ COVID-19: WHO ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ອາ​ຊ​ຽນ ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ

(VOVWORLD) -ທ່ານຜູ້ອຳນວຍການໃຫຍ່ WHO ໄດ້ຊົມເຊີຍການປະສານສົມທົບລະຫວ່າງບັນດາປະເທດອາຊຽນຢ່າງມີປະສິດທິຜົນ ແລະ ບົດບາດເປັນປະທານອາຊຽນ ຢ່າງຕັ້ງໜ້າຂອງຫວຽດນາມໃນຂົງເຂດນີ້ ແມ່ນສຳຄັນທີ່ສຸດ, ອັນໄດ້ປະກອບສ່ວນຄວບຄຸມໂລກລະບາດ COVID-19 ໃນພາກພື້ນ.

 

ໂລກ​ລະ​ບາດ COVID-19:    WHO ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ອາ​ຊ​ຽນ ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ - ảnh 1 ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ)

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຊີແນວປະເທດ, ສະວິດ, ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຢູ່ສຳນັກງານ ຂອງ WHO ທີ່ເຊີແນວ ເມື່ອວັນທີ 6 ມີນາ. ໃນການພົບປະຄັ້ງນີ້, ທ່ານ ຟ້າມກວາງຮ້ຽວ ໄດ້ແຈ້ງໃຫ້ຊາບຄວາມມານະພະຍາຍາມ ແລະ ມາດຕະການຄົບຊຸດຂອງຫວຽດນາມ, ການຮ່ວມມືຂອງ ອາຊຽນໃນການສະກັດກັ້ນ ແລະ ຄວບຄຸມ ໂລກລະບາດ COVID-19. ທ່ານກໍໄດ້ສະເໜີ WHO ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ຊ່ວຍໜູນດ້ານເຕັກນິກ ແລະ ສະໜອງອຸປະກອນການແພດ ເພື່ອຊ່ວຍສະກັດກັ້ນ ແລະ ຄວບຄຸມໂລກລະບາດ.

        ສ່ວນທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom ໄດ້ຕີລາຄາສູງເລື່ອງຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດຫຼາຍມາດຕະການນັບແຕ່ຫົວທີຢ່າງມີປະສິດທິຜົນ, ພິເສດແມ່ນບັນດາຄຳໝັ້ນສັນຍາການເມືອງຂອງການນຳຂັ້ນສູງ ແລະ ຄວາມຕັດສິນໃຈຮັບມືຂອງບັນດາຂະແໜງການຂັ້ນຕ່າງໆ ແລະ ບັນດາທ້ອງຖິ່ນ, ຍ້ອນແນວນັ້ນ ຈຶ່ງສາມາດຊ່ວຍຄວບຄຸມໂລກລະບາດເປັນຢ່າງດີ. ທ່ານຜູ້ອຳນວຍການໃຫຍ່ WHO ໄດ້ຊົມເຊີຍການປະສານສົມທົບລະຫວ່າງບັນດາປະເທດອາຊຽນຢ່າງມີປະສິດທິຜົນ ແລະ ບົດບາດເປັນປະທານອາຊຽນ ຢ່າງຕັ້ງໜ້າຂອງຫວຽດນາມໃນຂົງເຂດນີ້ ແມ່ນສຳຄັນທີ່ສຸດ, ອັນໄດ້ປະກອບສ່ວນຄວບຄຸມໂລກລະບາດ COVID-19 ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ