ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

(VOVWORLD) -ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນດ້ວຍການແຜ່ລະບາດໂດຍໄວຂອງເຊື້ອໄວຣັດສາຍພັນ Omicron ຢູ່ຫຼາຍປະເທດ. 
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 27 ທັນວາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເປັນຈຳນວນ 280.315.202 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.416.273 ຄົນ. ອາເມລິກາ, ອິນເດຍ, ບຣາຊິນຍັງຄົງແມ່ນ 3 ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດໃນໂລກ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ອາເມລິກາ ຫຼາຍກ່ວາ 53,2 ລ້ານຄົນ ໃນຂະນະນັ້ນ, ຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ ແມ່ນ 837.854 ຄົນ.

ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນດ້ວຍການແຜ່ລະບາດໂດຍໄວຂອງເຊື້ອໄວຣັດສາຍພັນ Omicron ຢູ່ຫຼາຍປະເທດ. ຫຼາຍປະເທດຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຄື: ຈຳກັດບໍລິເວນ, ຈຳກັດການເດີນທາງໄປມາ, ຍົກເລີກບັນດາເຫດການຕ້ອນຮັບປີໃໝ່ 2022

ຕອບກັບ

ຂ່າວ/ບົດ​ອື່ນ