ໂອກາດນຳຄວາມຍຸດຕິທຳມາສູ່ເດັກນ້ອຍທຸກຄົນ

ໂອກາດນຳຄວາມຍຸດຕິທຳມາສູ່ເດັກນ້ອຍທຸກຄົນ - ảnh 1
(ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ເດັກ​ນ້ອຍ​ໂລກ ປີ 2016)

(vovworld)- ໃນ​ວັນ​ທີ 6/7, ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ເດັດ​ນ້ອຍ​ສະ​ຫະ​ປະ​ຊາ​ຊາດປະ​ຈຳ​ຫວຽດ​ນາມ ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ເດັກ​ນ້ອຍ​ໂລກ ປີ 2016; ໂອ​ກາດ​​ນຳຄວາມ​​ຍຸດ​ຕິ​ທຳ​ມາ​ສູ່ເດັກ​ນ້ອຍ​ທຸກ​ຄົນ. ບົດ​ລາຍງານ​ຊີ້​ໃຫ້​ເຫັນວ່າ: ບັນ​ດາ​ຄວາມ​ກ້າວ​ໜ້າ ​ຕ້ອງ​ບັນ​ລຸ​ໄດ້​ໃຫ້​ແກ່​ກຸ່ມ​ເດັກ​ນ້ອຍ ແລະ ຄອບ​ຄົວ ທີ່​ປະ​ສົບ​ຄວາມ​ຫຍຸ້ງ​ຍາກທີ່​ສຸດ ມັນ​​ແມ່ນ​ບັນ​ດາ​ເງື່ອນ​ໄຂ​ຕັດ​​ສິນ​ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ ພັດ​ທະ​ນາ​ແບບ​ຍືນ​ຍົງ ໃຫ້​ແກ່​ບັນ​ດາ​​ຮຸ່ນຄົນ​ໃນ​ອະ​ນ​າ​ຄົດ. ບົດ​ລາຍ​ງານກໍ່​ຊີ້​ໃຫ້​ເຫັນວ່າ:  ໄດ້​ມີ​ບັນ​ດາ​ບາດ​ກ້າວ​​ຄືບ​ໜ້າ ທີ່​ສຳ​ຄັນ​ ໃນ​ການ​ຊ່ວຍ​ຊີ​ວິດ​ເດັດ​ນ້ອຍ, ນຳເດັກ​ນ້ອຍ​ໄປ​ໂຮ​ງ​ຮຽນ ແລະ ລົບ​ລ້າງ​ຄວາມ​ອຶດ​ຫີວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຢູ່​ຫວຽດ​ນາມ, ​ອັດ​ສ່ວນຄວາມ​ທຸກ​ຍາກ ໄດ້ຫຼຸດ​ ຈາກ 58% ໃນ​ປີ 1993 ​ລົງ​ເຫຼືອພຽງ 10% ໃນ​ປີ 2014. ເພື່ອ​ຍູ້​ແຮງວຽກ​ງານ​ທີ່ ແນ​ໃສ່​ໜູນ​ຊ່ວຍ​ເດັກ​ນ້ອຍ, ບົດ​ລາຍ​ງານ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ເຊັ່ນ:  ເພີ່ມ​ທະ​ວີ​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ພວກເດັກ​ນ້ອຍ ​ທີ່ພວມ​ຖືກ​ປະ​ປ່ອຍ; ປ່ຽນ​ແປງ​ໃໝ່​ເພື່ອ​ຍູ້​ແຮງ​ຄວາ​ມກ້າວ​ໜ້າ ແລະ​ ສ້າງ​​ການປ່ຽນ​ແປງ ໃຫ້​ແກ່​​ພວກ​ເດັກ​ນ້ອຍ ແລະ ຄວອບຄົວ​ຫຍຸ້ງ​ຍາກ; ລົງ​ທຶນ​​ສ້າງ​ຄວາມ​ຍຸດ​ຕິ​ທຳ ແລະ ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ໃໝ່ ເພື່ອ​ອຸ​ປະ​ຖຳໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ​ຊ່ວຍເຫຼືອ​​ພວກເດັດ​ນ້ອຍ​ ທີ່​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​.

ຂ່າວ/ບົດ​ອື່ນ