ໃນສະພາບການເຕີບໂຕຂອງຫວຽດນາມ, ໃຜໆກໍໄດ້ຊົມໃຊ້ໝາກຜົນແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ.

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ໃນຕະຫຼອດອາຍຸການທີ່ຜ່ານມາ, ຫວຽດນາມໄດ້ຜ່ານຜ່າ ພາຍຸລົມແດງ, ຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການ ທີ່ໃຫຍ່ຫຼວງກ່ວາເກົ່າ
ໃນສະພາບການເຕີບໂຕຂອງຫວຽດນາມ, ໃຜໆກໍໄດ້ຊົມໃຊ້ໝາກຜົນແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ.  - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບົດລາຍງານສະຫຼຸບວຽກງານອາຍຸການ 2016-2021 ຂອງລັດຖະບານ ທີ່ວາລະໄຂກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 

    ໃນພາກຂຶ້ນຕົ້ນບົດລາຍງານສະຫຼຸບວຽກງານອາຍຸການ 2016-2021 ຂອງລັດຖະບານ ທີ່ວາລະໄຂກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ໃນຕອນເຊົ້າວັນທີ 24 ມີນາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ໃນຕະຫຼອດອາຍຸຫານຜ່ານມາ, ຫວຽດນາມໄດ້ຜ່ານຜ່າ ພາຍຸລົມແດງ, ຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການ ທີ່ໃຫຍ່ຫຼວງກ່ວາເກົ່າ. ໃນໄລຍະ 2016-2020 ການນຳລັດຖະບານໄດ້ປະຕິບັດການລົງປະຕິບັດງານ 570 ຄັ້ງຢູ່ບັນດາທ້ອງຖິ່ນເພື່ອຊີ້ນຳແກ້ໄຂຄວາມຫຍຸ້ງຍາກ ບັນຫາຮີບຮ້ອນຢ່າງທັນການ, ພິເສດ ຫວຽດນາມປະສົບຜົນສຳເລັດໃນການຕ້ານໂລກລະບາດ ໂຄວິດ-19 . ໃນການຕີລາຄາກ່ຽວກັບສາຍເຫດທີ່ພາໄປເຖິງການບັນລຸຜົນງານໃນອາຍຸການ, , ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຊ້ຄຳວ່າ “ບຸກທະລຸ” ເພື່ອເນັ້ນເຖິງບັນດາຈຸດເດັ່ນໃນການໃຫ້ບຸລິມາສິດໃນການຊີ້ນຳບໍລິຫານ. , ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

     “ ພວກເຮົາມີບັນດາບາດກ້າວບຸກທະລຸ, ເປີດສາກແມ່ນ ບຸກທະລຸໃນການສ້າງລະບອບລະບຽບການເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ໂຄງການສ້າງກົດໝາຍ, ລັດຖະບັນຍັດໂດຍລັດຖະບານນຳສະເໜີ ແລະ ສຸມໃສ່ການໃຫ້ບຸລິມະສິດ ແລະ ສຸມແຫຼ່ງກຳລັງໃຫ້ແກ່ການປະຕິບັດ, ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດ, ເຊື່ອມໂຍງຂອງລະບົບກົດໝາຍ, ບຸກທະລຸ ທາງດ້ານການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ແກ້ໄຂວຽກເຮັດງານທຳໃຫ້ແກ່ 8 ລ້ານຄົນ, ຖືມະນຸດເປັນໃຈກາງຂອງການປະດິດຄິດສ້າງ, ບຸກທະລຸ ກ່ຽວກັບໂຄງປະກອບໂຄງລ່າງຢ່າງຄົບຊຸດເພື່ອດຶງດູດການລົງທຶນ ແລະ ພັດທະນາບັນດາຂະແໜງການ, ຂົງເຂດຕ່າງໆ”

    ຕາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລ້ວ, ລັດຖະບານໄດ້ຜັນຂະຫຍາຍບັນດາມາດຕະການທາງດ້ານການເມືອງ, ການທູດ, ນິຕິທຳ, ສື່ສານ ແນໃສ່ເດັດດ່ຽວປົກປັກຮັກສາອະທິປະໄຕ ເຂດໝູ່ເກາະທະເລໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ໄດ້ ການຂີດຂັ້ນ ປັກຫຼັກໝາຍຊາຍແດນສຳເລັດ 85% ກັບກຳປູເຈຍ, ການເຄື່ອນໄຫວວັດທະນະທຳ, ຖະແຫຼງຂ່າວ, ການພົວພັນຕ່າງປະເທດ, ວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ, ການປົກປ້ອງພົນລະເມືອງ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ . 

ຕອບກັບ

ຂ່າວ/ບົດ​ອື່ນ