ໃນຮອບເວລາ 24 ຊົ່ວໂມງຜ່ານມາ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ລາຍໃໝ່ 617 ຄົນ

(VOVWORLD) -ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດແມ່ນ 9.562.523 ຄົນ
ໃນຮອບເວລາ 24 ຊົ່ວໂມງຜ່ານມາ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ລາຍໃໝ່ 617 ຄົນ - ảnh 1(ພາບປະກອບ)

ຕາມແຫຼ່ງຂ່າວປ້ອງກັນ, ຕ້ານໂລກລະບາດໃນວັນທີ 13 ມິຖຸນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 12 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 13 ມິຖຸນາ, ໃນລະບົບຄຸ້ມຄອງຜູ້ຕິດເຊື້ອພະຍາດໂຄວິດ-19 ແຫ່ງຊາດ ມີຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ 617 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.330 ຄົນ, ສູງທົບ 15 ເທົ່າເມື່ອທຽບໃສ່ຜູ້ຕິດເຊື້ອ, ບໍ່ມີຜູ້ເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດແມ່ນ 9.562.523 ຄົນ; ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ທັງໝົດມາຮອດປະຈຸບັນແມ່ນ 43.083 ຄົນ. ຈຳນວນວັກຊິນທີ່ໄດ້ສັກວັກຊິນແລ້ວແມ່ນ 223.629.992 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ