ໄຂກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ກໍ່ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 2, ສະພາແຫ່ງຊາດຊຸດທີ XV ແລະ ບາງເນື້ອໃນທີ່ສຳຄັນອື່ນໆອີກ.
ໄຂກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 2 ຂອງຄະນະປະຈຳສະພາແຫງຊາດ (ພາບ: TTXVN)

ຕອນເຊົ້າວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄັ້ງທີ 3 ຂອງ ຄະນະປະຈຳສະພາແຫ່ງຊາດ. ທີ່ກອງປະຊຸມທີ່ຈະດຳເນີນຈົນຮອດວັນທີ 22 ກັນຍານີ້, ຄະນະປະຈຳສະພາແຫ່ງຊາດຄາດວ່າຈະປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ. ຕາມນັ້ນແລ້ວ, ຈະປະກອບຄຳເຫັນໃສ່ ຮ່າງກົດໝາຍ, ມະຕິ ແລະ ບົດລາຍງານ 6 ສະບັບ. ໃນນັ້ນມີ ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ), ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ຮ່າງມະຕິກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດພັດທະນາແຂວງແທງຮວາ ແລະ ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນຸນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ.

ຄະນະປະຈຳສະພາແຫ່ງຊາດ ກໍ່ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 2, ສະພາແຫ່ງຊາດຊຸດທີ XV ແລະ ບາງເນື້ອໃນທີ່ສຳຄັນອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ