ໄຂກອງປະຊຸມສະມັດ ຊາໃຫ່ຍ ABU ຄັ້ງທີ 50

ໄຂກອງປະຊຸມສະມັດ ຊາໃຫ່ຍ ABU ຄັ້ງທີ 50 - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ

(ພາບ: vtv.vn)

(vovworld)-​​​​ ​ ​ ກອງ​ປະຊຸມ​ສະມັດຊາ​ໃຫ່ຍສະຫະ​ສະມາຄົມ​ກະຈາຍສຽງ-​ໂທລະພາບອາຊີ-​ປາຊີ​ຝິກ ຄັ້ງທີ 50 (ABU) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​​ເຊົ້າວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 500 ທ່ານ​ແມ່ນ​ນັກ​ຄຸ້ມ​ຄອງ​ຂັ້ນສູງ​ຂອງ​ກ່ວາ 200 ອົງການ​ສະມາຊິກ ຊື່​ງ​ແມ່ນ​ອົງການ​ກະຈາຍສຽງ, ​ໂທລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໂລກ, ບັນດາ​ອົງການ​ຄູ່​ຮ່ວມ​ມື​ ​ແລະ ນັກ​ສັງ​ເກດ​ການ​ຈາກ​ກ່ວາ 50 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ພ້ອມ​ກັບ​ຜູ້​ແທນ​ພາຍ​ໃນ​ປະ​ເທດ​ເກື​ອບ 200 ທ່ານ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສະມັດຊາ​ໃຫ່ຍ ABU ຄັ້ງທີ 50, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ເນັ້ນໜັກ​ວ່າ: ​ໃນ​ຍຸກ​ປະຈຸ​ບັນ, ການ​ຂະຫຍາຍ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີ​ດີ​ຊີ​ຕອນ ​ແລະ ສື່ສານ​ລວມສູນພວມ​ສ້າງ​ເປັນ​ສັງກາດ​ສື່ສານ​ໃໝ່, ຮັກ​ແຄບ​ບັນດາ​ຊ່ອງ​ວ່າງ​ກ່ຽວ​ກັບ​ດ້ານ​ກາລະ​ເທສະ:

  “ວິວັດ​ການ​ຫັນ​ເປັນ​ດີ​ຈີຕອນ​ພວມ​ແມ່ນ​ທ່າ​ອຽງ​ແນ່ນອນ​ເພື່ອ​ໃຫ້​ບັນດາ​ວິທະຍຸ​ກະຈາຍສຽງ​ໂທລະພາບ​ໃນ​ໂລກ​ມຸ່ງ​ໄປ​ເຖິງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການສື່ສານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍຂອງ​ຜູ້​ຟັງ​ຜູ້​ຊົມ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ​ໃນ​ສະ​ໄໝ​ປະຊຸມ​ຄັ້ງນີ້, ດ້ວ​ຍຫົວ​ເລື່ອງ: “ຮັບ​ໃຊ້ຜູ້​ຟັງຜູ້​ຊົມ​ໃນ​ສັງກາດ​ດີ​ຊີ​ຕອນ“ ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ, ນັກ​ປາຖະກະຖາ ​ແລະ ນັກ​ຄຸ້ມ​ຄອງ​ຂັ້ນສູງມາ​ຈາກ​ບັນດາ​ອົງການ​ສະມາຊິກ, ບັນດາ​ຄູ່​ຮ່ວມ​ມື​ຂອງສະຫະ​ສະມາຄົມ​ກະຈາຍສຽງ-​ໂທລະພາບອາຊີ-​ປາຊີ​ຝິກ ສາມາດ​ແລກປ່ຽນ, ປຶກສາ​ຫາລື, ​ແບ່ງປັນ​ຄວາມ​ຮັບ​ຮູ້, ທ່າ​ອ່ຽງ, ວິ​ໄສ​ທັດ ​ແລະ ວາງ​ທິດ​ທາງ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ; ກໍ່​ຄື​ບັນດາ​ລາຍການ​ກະທຳ​ລະອຽດ, ​ແທດ​ຈິງ​ເພື່ອ​ແນ​ໃສ່​ພັດທະນາ​ຂະ​ແໜງ​ກະຈາຍສຽງ​ໂທລະ​ພາບ, ​ເພິ່ມທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ, ຫຼາຍ​ຝ່າຍ​ລະຫວ່າງ​ບັນດາ​ອົງການ​ສະມາຊິກ, ຕອບ​ສະໜອງ​ ຄວາມ​ຮຽກ​ຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າ​ວສານ​ຢ່າງ​ໄວວາ, ຊັດ​ເຈນ, ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ, ຂອງ​ຜູ້​ຟັງ​ຜູ້​ຊົມ​ໃຫ້ນັບ​ມື້​ນັບ​ດີ​ກ່ວາ ​ແລະ ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື, ການພັດທະນາຂອງ​ບັນດາ​ປະ​ເທດ ​ແລະ ປະຊາ​ຊາດ​ໃນ​ໂລກ“.

  ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ຍາມ​ໃນ​ຫວຽດນາມ ກໍ່​ໃຫ້​ບຸລິມະສິດ, ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ ​ແລະ ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຮອບດ້ານ​ຂອງ​ຂະ​ແໜງ​ຈະ​ຈາ​ຍສຽງ-​ໂທລະພາບ​ຕາມ​ທິດ​ຫັນ​ເຕັກ​ໂນ​ໂລ​ຊີເປັນ​ທັນ​ສະ​ໄໝ​, ຫັນ​ການ​​ເຄື່ອນ​ໄຫວ​ການຜະລິດລາຍການ​ເປັນ​ວິຊາ​ການ. ຫັນ​ປະ​ເພດບໍລິການ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື, ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ