ໄຂກອງປະຊຸມເທື່ອທີ 45 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍການເງິນ...

ໄຂກອງປະຊຸມເທື່ອທີ 45 ຄະນະປະຈຳສະພາແຫ່ງຊາດ - ảnh 1 ກອງປະຊຸມເທື່ອທີ 45 ຄະນະປະຈຳສະພາແຫ່ງຊາດ

(ພາບ: quochoi.vn)

ວັນທີ 01 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມເທື່ອທີ 45. ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍການເງິນ, ງົບປະມານພິເສດສະເພາະສຳລັບນະຄອນຮ່າໂນ້ຍ; ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຮັບຮູ້ ແລະ ອະນຸຍາດໃຫ້ປະຕິບັດຄຳຕັດສິນຂອງອົງການແກ້ໄຂການຂັດແຍ້ງດ້ານການລົງທຶນຕາມສັນຍາອາລັກຂາການລົງທຶນລະຫວ່າງຝ່າຍໜຶ່ງແມ່ນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຝ່າຍໜຶ່ງແມ່ນສະຫະພາບເອີລົບ ແລະ ບັນດາສະມາຊິກສະຫະພາບເອີລົບ (EVIPA).

ຜ່ານການປຶກສາຫາລື, ບັນດາສະມາຊິກຂອງຄະນະປະຈໍາສະພາແຫ່ງຊາດ ໄດ້ເຫັນດີຕໍ່ຄວາມຈໍາເປັນຕ້ອງປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກນະໂຍບາຍດ້ານການເງິນ - ງົບປະມານສະເພາະ ສໍາລັບນະຄອນຮ່າໂນ້ຍ ເພື່ອສ້າງກໍາລັງໜູນໃຫ້ແກ່ນະຄອນ ສືບຕໍ່ພັດທະນາໂດຍໄວ ແລະ ຍືນຍົງກວ່າ. ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີວ່າ:

“ຂ້າພະເຈົ້າເຫັນດີຕໍ່ທັດສະນະດັ່ງກ່າວ ເພື່ອຮັບປະກັນໃຫ້ນະຄອນເປັນເຈົ້າການ ແລະ ບໍລິຫານໄດ້ຢ່າງມີໄຫວພິບ, ຕອບສະໜອງໄດ້ໜ້າທີ່ການເມືອງສໍາລັບຕົວເມືອງສະເພາະ ແລະ ເປັນສູນກາງການເມືອງນີ້. ເລື່ອງປະຕິບັດການທົດລອງນັ້ນ ຮ່າໂນ້ຍ ຕ້ອງເດີນກ່ອນ ບາດກ້າວໜຶ່ງ. ຕ້ອງເອົາໃຈໃສ່ຫຼາຍກວ່າອີກ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃຫ້ແກ່ການຜະລິດດໍາເນີນທຸລະກິດ, ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະບັນດາຂົງເຂດຂະແໜງການ ເຊິ່ງ ຮ່່າໂນ້ຍມີທ່າດີ”.

        ໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນປັບປຸງແຜນນະໂຍບາຍລົງທຶນໂຄງການກໍ່ສ້າງບາງຕອນຂອງເສັ້ນທາງຄວາມໄວສູງສາຍເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2017 – 2020 ແລະ ພິຈາລະນາກ່ຽວກັບເລື່ອງສະຫຼຸບການປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ