ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວສ້າງຊາດ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວສ້າງຊາດ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ​ແນວ​ລາວ​ສ້າງ​ຊາດ
(ພາບ: ໝີບີງ)

(vovworld) - ​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ​ແນວ​ລາວ​ສ້າງ​ຊາດ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 08/06 ຢູ່​ນະຄອນຫລວງ ວຽງ​ຈັນ ລາວ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ ພ້ອມ​ກັບ​ຜູ້​ແທນ​ກ່ວາ 400 ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່. ​ໃນບົດ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ໃຫຍ່ທ່ານ ພັນ​ດວງ​ຈິດ ວົງສາ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ໃຫຍ່​ຈະ​ສະຫລຸບ​ວຽກ​ງານ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ​ແນວ​ລາວ​ສ້າງ​ຊາດ, ​ວາງ​ຄາດໝາຍ​ສູ້​ຊົນ, ທິດ​ທາງ​ວຽກ​ງານ​ໃນ 5ປີ​ຈະ​ມາ​ເຖິງ ​ແລະ ​ແຜນການ​ຍຸດ​ທະ​ສາດ​ພັດທະນາ​ແນວ​ລາວ​ສ້າງຊາດ​ໄລຍະ 10ປີ (2016 - 2025). ກອງ​ປະຊຸມ​ໃຫຍ່​ກໍ່​ຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ, ​ເລືອກ​ຕັ້ງ​ປະທານ, ຮອງ​ປະທານ ​ແລະ ຜູ້​ປະຈຳ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຊຸດ​ທີ 10. ກອງ​ປະຊຸມ​ໃຫຍ່​ຈະ​ອັດ​ລົງ​ໃນ​ວັນ​ທີ 09/06.


ຂ່າວ/ບົດ​ອື່ນ