ໄຂ​ຂຶ້ນ​ວັນປ​ະ​ເທດ​ ຫວຽດ​ນາມ ຢູ່ EXPO 2020 Dubai

(VOVWORLD) - ໃນຂອບເຂດ ວັນປະເທດ ຫວຽດນາມ ຢູ່ EXPO 2020 Dubai, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈະສົມທົບກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງແນະນຳວັດທະນະທຳ, ສິລະປະທີ່ເປັນເອກະລັກ; ຈັດສັບປະດາຟິມ ຫວຽດນາມ; ຈັດງານວາງສະແດງຮູບພາບ ແລະ ສັບປະດາກາເຟ ຫວຽດນາມ.
ໄຂ​ຂຶ້ນ​ວັນປ​ະ​ເທດ​ ຫວຽດ​ນາມ ຢູ່ EXPO 2020 Dubai - ảnh 1“ວັນປະເທດ ຫວຽດນາມ ຢູ່ EXPO 2020 Dubai”(ພາບ: baochinhphu.vn)

“ວັນປະເທດ ຫວຽດນາມ ຢູ່ EXPO 2020 Dubai” ໄດ້ໄຂຂຶ້ນໃນວັນທີ 30 ທັນວາ ຢູ່ສະໜາມຫຼວງສູນກາງ Al Wasl ໃນເຂດ EXPO 2020 Dubai. ຢູ່ນີ້, ຄະນະການນຳຂັ້ນສູງ 2 ປະເທດໄດ້ເປັນສັກຂີພິຍານພິທີລົງນາມ ບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານວັດທະນະທຳລະຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກັບ ກະຊວງວັດທະນະທຳ ແລະ ຊາວໜຸ່ມ UAE, ບົດບັນທຶກຊ່ວຍຈຳລະຫວ່າງ ກົມຮ່ວມມືສາກົນ ທີ່ຂຶ້ນກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກັບ ກຸ່ມບໍລິສັດນາໆຊາດ ITL World ກ່ຽວກັບການໂຄສະນາພາບຫຼັກວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ຢູ່ພາກພື້ນ ຕາເວັນອອກກາງ.

ໃນວັນດຽວກັນ, ໄດ້ດຳເນີນລາຍການພົວພັນແລກປ່ຽນ “ພົບປະ ຫວຽດນາມ: ປະເທດແຫ່ງກາລະໂອກາດ”.

ໃນຂອບເຂດ ວັນປະເທດ ຫວຽດນາມ ຢູ່ EXPO 2020 Dubai, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈະສົມທົບກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງແນະນຳວັດທະນະທຳ, ສິລະປະທີ່ເປັນເອກະລັກ; ຈັດສັບປະດາຟິມ ຫວຽດນາມ; ຈັດງານວາງສະແດງຮູບພາບ ແລະ ສັບປະດາກາເຟ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ