ໄຂງານຕະຫລາດນັດທ່ອງທ່ຽວສາກົນນະຄອນໂຮ່ຈີມິນປີ 2018

(VOVWORLD) - ງານຕະຫລາດນັດທ່ອງທ່ຽວສາກົນນະຄອນ ໂຮ່ຈີມິນ ຄັ້ງທີ 14 ປີ 2018 (ITE-HCMC 2018)
ໄຂງານຕະຫລາດນັດທ່ອງທ່ຽວສາກົນນະຄອນໂຮ່ຈີມິນປີ 2018 - ảnh 1 ພິທີໄຂງານຕະຫລາດນັດທ່ອງທ່ຽວສາກົນນະຄອນໂຮ່ຈີມິນປີ 2018 (ພາບ: TTXVN)

ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 05 ກັນຍາ ດ້ວຍຫົວຂໍ້ວ່າ “ປະຕູໄປທ່ອງທ່ຽວຢູ່ ອາຊີ” ແນໃສ່ຍົກສູງແນວຄວາມຄິດ, ກຳນົດທິດການເຊືີ່ອມຕໍ່ນະຄອນ ໂຮ່ຈີມິນ, ປະເທດ ຫວຽດນາມ ກັບບັນດາຈຸດນັດພົບ, ນະຄອນ, ປະເທດໃນພາກພື້ນ. ພ້ອມທັງ ສ້າງເວທີປາໄສທີ່ມີລັກສະນະມືອາຊີບໃຫ້ແກ່ອົງການຄຸ້ມຄອງການທ່ອງທ່ຽວ, ບັນດາຫົວໜ່ວຍທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ແລະ ພົບປະ, ແລກປ່ຽນຮ່ວມມື, ດຳເນີນທຸລະກິດ, ພ້ອມກັນພັດທະນາ.

        ງານຕະຫລາດນັດທ່ອງທ່ຽວສາກົນນະຄອນ ໂຮ່ຈີມິນ ປີ 2018 ຈະດຳເນີນໃນລະຫວ່າງວັນທີ 06 – 08 ກັນຍາ ດ້ວຍບັນດາເຫດການຄື: ກອງປະຊຸມສຳມະນາແນະນຳຈຸດນັດພົບທີ່ສະຫງວນໃຫ້ຜູ້ຊື້ tour ທ່ອງທ່ຽວ, ຈັດລາຍການໃຫ້ແກ່ຜູ້ຊື້ ແລະ ສື່ມວນຊົນສາກົນ; ບັນດາລາຍການສຳຫລວດ tour, ລາຍການພົບປະແລກປ່ຽນ, ກອງປະຊຸມ, ກອງປະຊຸມສຳມະນາ…

 

ຕອບກັບ

ຂ່າວ/ບົດ​ອື່ນ