ໄຂງານຕະຫຼາດນັດ ການຄ້າສາກົນຫວຽດນາມ Expo 2012

ໄຂງານຕະຫຼາດນັດ ການຄ້າສາກົນຫວຽດນາມ Expo 2012 - ảnh 1
ໄຂ​ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ Expo 2012
( ພາບ: baomoi.com )

(vovworld)-ຕອນ​ເຊົ້າ​ວັນ​ທີ 4/4, ຢູ່ ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ໄດ້​ຈັດ​ພິທີ​ໄຂ​ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ Expo 2012 ດ້ວຍ​ຫົວ​ຂໍ້​ວ່າ ”ຫວຽດນາມ - ຮ່ວມ​ມື​ພ້ອມ​ກັນ​ພັດທະນາ”. ຫວຽດນາມ Expo 2012 ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ເຂົ້າ​ຮ່ວມ 450 ​ແຫ່ງ, ດ້ວຍຮ້ານ​ວາງສະ​ແດງ​ເຄື່ອງ​ກົນຈັກ, ອຸປະກອນ​ອຸດສາຫະກຳ, ກະ​ສີ​ກຳ, ກໍ່ສ້າງ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ... 600 ຮ້ານ. ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ Expo 2012 ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ​ ຕ່າງປະ​ເທດ​ວາງສະ​ແດງ, ​ແລະ ​ແນະນຳ​ຜະລິດ​ຕະພັນ, ຊອກ​ຫາ​ຄູ່​ຮ່ວມ​ມື​ຂາ​ເຂົ້າຂາ​ອອກ, ຮ່ວມ​ມື​ລົງທຶນ ​ແລະ​ ພັດທະນາ​ຕະຫຼາດ​ພາຍ​ໃນ, ກໍ່​ຄື​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ທ່ານ Nguyen Hong Minh, ຫົວໜ້າ​ສະ​ຖາ​ບັນ​ນ້ຳມັນ​ອາຍ​ແກ​ສຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        ”ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ Expo 2012 ມີ​ຄວາມ​ໝາຍສຳຄັນສຳ​ຫຼັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ພົບ​ປະ​ກັບ​ບັນດາ​ຄູ່​ຮ່ວມ​ມື, ບົນ​ພື້ນຖານ​ນັ້ນ​ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂຮ່ຳຮຽນ​ເອົາ​ບົດຮຽນ, ​ໂຄສະນາ, ​ແລ​ກປ່ຽນ​ການ​ຄ້າ. ​ໃນ​ຖານະ​​ເປັນ​ສະມາຊິກ​ຂອງ​ກະຊວງ​ອຸດສາຫະກຳ ການ​ຄ້າ, ກຸມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ຫວຽດນາມກໍ່​​ໄດ້​ເຂົ້າ​ຮ່ວມ ​ແລະ​​ ແນະນຳ​ບັນດາ​ຜະລິດ​ຕະພັນ​ຂອງ​ຕົນ​​ເຖິງ​ເພື່ອນ​ມິດສາ​ກົນ”

ຂ່າວ/ບົດ​ອື່ນ