ໄຂງານຕະຫຼາດນັດ ທ່ອງທ່ຽວສາກົນ “5 ປະເທດ ຈຸດນັດພົບໜຶ່ງດຽວ”

ໄຂງານຕະຫຼາດນັດ ທ່ອງທ່ຽວສາກົນ “5 ປະເທດ ຈຸດນັດພົບໜຶ່ງດຽວ” - ảnh 1
ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນນະຄອນ​ໂຮ່ຈິ​ມິນ
(ພາບ: baomoi.com)


(vovworld) - ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນນະຄອນ​ໂຮ່ຈິ​ມິນ (ITE HCMC 2013) ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິນມິນ ຈັດ​ຕັ້ງ, ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 11 ກັນຍາ ຢູ່​ນະຄອນ​ໂຮ່ຈິ​ມິນ. ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ສີສັນ​ແມ່​ຂອງ”, ພິທີ​ໄຂ​້ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ດ້ວຍ​ລາຍການສະ​ແດງ​ສິລະ​ປະ​ທີ່​ດີ​ເດັນ, ທັງ​ມີ​ສີສັນ​ວັດທະນະທຳ​ຊາດ, ທັງ​ສະ​ແດງ​ໃຫ້​ເຫັນ​ນຳ​ໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ 5 ປະ​ເທດ ລາວ, ມຽນມາ, ກຳປູ​ເຈຍ, ​ໄທ ​ແລະ ຫວຽດນາມ. ນີ້​ແມ່ນ​ປີທີ 9, ທີ່ງານ​ຕຳ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາກົນ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ປະຈຳ​ປີ ຢູ່​ນະຄອ​ນ​ໂຮ່ຈິ​ມິນ, ​ອັນໄດ້​ດຶງ​ດູດ 300 ຫົວໜ່ວຍ​ທີ່​ມາ​ຈາກ 50 ​ແຫ່ງ​ທີ່​ຂຶ້ນ​ກັບ 17 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ. ກ່ຽວ​ກັບ​ຈຸດ​ໃໝ່​ໃນ​ງານ​ຕະຫຼາດນັດ​ປີ​ນີ້, ທ່ານ ຫງວຽນ​ບາ​ວ​ແອ​ງ, ຮອງ​ຜູ້ອຳ​ນວນ​ການສູນ​ສົ່ງ​ເສີມ​ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ທີ່​ໜຶ່ງ​ແມ່ນ​​ແນຳ​ນຳ​ສານ​ໃໝ່​ນັ້ນ​ແມ່ນ “5 ປະ​ເທດ​ຈຸດ​ນັດ​ພົບ​ໜຶ່ງ​ດຽວ” ດ້ວຍ​ການ​ຮ່ວມ​ສຳພັນ​ຂອງ​ໄທ ​ໃນ​ກຸ່ມສຳພັນ​ທະ​ມິດ​ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ. ຄຳ​ຂວັນ​ນີ້​​ຫັນ​ຖະ​ແຫຼ​ງການວຽງ​ຈັນ, ​ເຊິ່ງ​ການ​ນຳ​ລັດຖະບານ 5 ປະ​ເທດ​ ​​ໄດ້​ລົງ​ນາມເມື່ອ​ເດືອນ ມີນາ 2013 ຢູ່​ລາວເປັນ​ລະອຽດ. ພວກ​ຂ້າພະ​ເຂົ້າ​ສຸມ​ໃສ່​ໃຫ້​ບຸລິມະສິດ​ປຸກລະດົມ ​ແລະ ຊຸກຍູ້​ບັນດາ​ຕະຫຼາດ​ທ່ອງ​ທ່ຽວ​ສາກົນ, ​ໃນ​ນັ້ນ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ໂຄສະ​ນາ​ທ່າ​ແຮງ, ຄວາມ​ສາມາດ​ບົມຊ​້ອນດ້ານ​ການທ່ອງທ່ຽວ​ຂອງ 5 ຈຸດ​ນັດພົບ​ແມ່ນ ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ ​ໃນການ​ຮ່ວມ​ມື​ທາງການບິນ, ທາງ​ນ້ຳ, ທາງບົກ ຢູ່​ບັນດາ​ປະ​ເທດ​ນີ້”.

        ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕ໋ວນ​ແອ​ງ ພ້ອມ​ກັບ​ລັດຖະມົນຕີ 4 ປະ​ເທດ ລາວ, ມຽນມາ, ກຳປູ​ເຈຍ, ​ໄທ ພ້ອມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ ACMECS (ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ Ayayewady - ​ເຈົ້າ​ພະຍາ - ​ແມ່​ຂອງ) ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ 5 ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ