ໄຂງານຕະຫຼາດນັດ ໂສມງອັກລີງ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ ກວາງນາມ

(VOVWORLD) - ງານຕະຫຼາດນັດໂສມງອັກລີງ ໄດ້ໄຂຂຶ້ນເປັນຄັ້ງທຳອິດໃນຕອນຄ່ຳວັນທີ 1 ຕຸລາ, ຢູ່ເມືອງ ນາມຈ່າມີ, ແຂວງ ກວາງນາມ. 
ໄຂງານຕະຫຼາດນັດ ໂສມງອັກລີງ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ ກວາງນາມ - ảnh 1 ແຂກຊື້ໂສມງອັກລີງ ທີ່ງານຕະຫຼາດນັດ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ງານຕະຫຼາດນັດ ໂສມງອັກລີງ ຄັ້ງທຳອິດນີ້ມີກ່ວາ 20 ຮ້ານວາງສະແດງ, ແນະນຳຕົ້ນໂສມງອັກລີງ, ບັນດາຜະລິດຕະພັນໄດ້ຮັບການປູງແຕ່ງຈາກໂສມ. ບັນດາການເຄື່ອນໄຫວອື່ນໆທີ່ງານຕະຫຼາດນັດລວມມີ: ການພົບປະແລກປ່ຽນກັບບັນດາຄອບຄົວປູກໂສມ, ບັນດາວິສາຫະກິດ ປູກໂສມ, ຜະລິດ, ປຸງແຕ່ງບັນດາຜະລິດຕະພັນຈາກໂສມງອັກລີງ; ການພົບປະແລກປ່ຽນວັດທະນະທຳ, ອາຫານການກິນ. ເດືອນ ມິຖຸນາ ປີ 2017, ໂສມງອັກລີງ ໄດ້ຮັບການຮັບຮູ້ວ່າເປັນຜະລິດຕະພັນແຫ່ງຊາດ ຫຼື ໄດ້ເອີ້ນວ່າ ໂສມ ຫວຽດນາມ. ງານຕະຫຼາດນັດ ໂສມ ງອັກລີງ ຈະໄດ້ຮັບການຈັດຕັ້ງເດືອນລະເທື່ອ, ເວລາ ຈັດຕັ້ງເລີ່ມແຕ່ວັນທີ 1  ແລະ ສິ້ນສຸດລົງໃນວັນທີ 3 ແຕ່ລະເດືອນ ຢູ່ເມືອງ ນາມຈ່າມີ, ແຂວງ ກວາງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ