ໄຂງານບຸນ ຈ່າງອານ 2019

(VOVWORLD) -ວັນທີ 21 ເມສາ, ຢູ່ແຂວງ ນິງບິ່ງ, ໄດ້ໄຂງານບຸນ ຈ່າງອານ ປີ 2019 ດ້ວຍຫົວຂໍ້ວ່າ “ເຕົ້າໂຮມສິ່ງຍອດຍິ່ງຢູ່ເຂດເມືອງຫີນເກົ່າແກ່”.

ໄຂງານບຸນ ຈ່າງອານ 2019 - ảnh 1 ກຸ່ມທັດສະນີຍະພາບ ຈ່າງອານ

(ພາບ: TTXVN)

ງານບຸນ ຈ່າງອານ ແມ່ນເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາພະອໍລະຫັນ ກຸຍມິງດ້າຍເວືອງ, ສະໄໝເຈົ້າຊີວິດ ເຈິ່ນ ຕ່າງໆພ້ອມກັບຄົນລຸ້ນກ່ອນໆ ທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພາວະນາຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ.

        ເຂົ້າຮ່ວມງານບຸນ ຈ່າງອານ ປີ 2019, ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ຂີ່ເຮືອແຫ່ມັງກອນ, ເດີນຜ່ານບັນດາຖ້ຳ, ວິຫານ… ນອກນັ້ນຍັງໄດ້ຮັບຊົມບັນດາລາຍການສະແດງດົນຕີທີ່ເປັນເອກະລັກສະເພາະຂອງເຂດພາກຕ່າງໆ. ທ່ານ ຫງວຽນຫງອກແທ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງນິງບິ່ງ, ໃຫ້ຮູ້ວ່າ.

        “ງານບຸນ ຈ່າງອານ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ເຊິ່ງປະຊາຊົນໃນເຂດໄດ້ອະນຸລັກຮັກສາ, ພັດທະນາ, ຕິດພັນກັບກຸ່ມທັດສະນີຍະພາບ ຈ່າງອານ. ພວກຂ້າພະເຈົ້າຫວັງວ່າ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະກ່ຽວກັບພາບພົດຂອງຊາວ ຈ່າງອານ ຈະສ້າງຄວາມປະທັບໃຈອັນດີງາມ ແລະ ຕັ້ງໜ້າແຜ່ຂະຫຍາຍເຖິງເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ”.

        ນີ້ແມ່ນປີທີ 5, ກຸ່ມທັດສະນີຍະພາບ ຈ່າງອານ ໄດ້ຮັບການເຊີດຊູຈາກອົງການ UNESCO ວ່າແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ