ໄຂງານບຸນວິຫານເຈີນ-ຢູ່ແຂວງທາຍບີງ

ໄຂງານບຸນວິຫານເຈີນ-ຢູ່ແຂວງທາຍບີງ - ảnh 1
ທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີໄຂ
​ງານ​ບຸນ​ວິຫານ ​ເຈີ​ນ
ພາບ:internet


(vovworld) - ຕອນ​ຄຳ່​ວັນ​ທີ 12/2, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ແຫ່ງ​ຊາດ​ວິຫານ ​ແລະ ສຸສານ​ບັນດາ​ເຈົ້າ​ຊີວິດ ​ເຈີ​ນ ຢູ່ ​ຕາ​ແສງ ຕຽນ​ດືກ ​ເມືອງ ຮື​ງຮ່າ ​ແຂວງ ທາຍ​ບີ​ງ ​ໄດ້​ໄຂ​ງານ​ບຸນ​ວິຫານ ​ເຈີ​ນ ປີ 2014 ​ແລະ ຕ້ອນຮັບ​ຫນັງສື​ຢັ້ງຢືນ​ງານ​ບຸນ​ວິຫານ​ເຈີ​ນ- ທາ​ຍບີ​ງ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບຊາດ.

ງານ​ບຸນ​ວິຫານ​ເຈີ​ນ ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ແຕ່​ວັນ​ທີ 13-18/​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ.​ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ແຂວງ ທາ​ຍບີງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ເຈົ້າ​ຊີວິດ ​ເຈີ​ນ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ປີ​ນີ້ ​ແມ່ນ​​ເຕົ້າ​ໂຮມ​ບັນດາ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຕ່າງໆ​ຄື: ພິທີ​ແຫ່​ນຳ້, ການ​ແຂ່ງຂັນ​ຕືກປາ​ໃນ​ສະ​ໄຫມ​ລາຊະ​ວົງ​ເຈີ​ນ, ​ການ​ແຂ່ງຂັນ​ຫໍ່​ເຂົ້າຕົ້ມ ​ແລະ ການ​ລະ​ຫລິ້ນ​ພື້ນ​ເມືອງ​ຕ່າງໆ.​ໃນ​ນັ້ນ ພິ​ເສດ​ແມ່ນ​ພິທີ​ໄຂ​ງານ​ບຸນ​ວິຫານ​ເຈີ​ນ ຕິດ​ພັນ​ກັບ​ການ​ປະກາດ​ຫນັງສື​ຢັ້ງຢືນ​ຂອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວວ່າ: ງານ​ບຸນ​ວິຫານ​ເຈີ​ນ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບຊາດ. ທ່ານ ຫງວຽນ​ຈ້ອງ​ງອກ, ຢູ່ ​ແຂວງ​ທາຍ​ບີ​ງ ​ໃຫ້​ຮູ້​ວ່າ:  “ ງານ​ບຸນ​ປີ​ນີ້​ມ່ວນ​ຫລາຍ. ປະຊາຊົນ​ມາ​ຮ່ວມ​ລ້ວນ​ແຕ່​ຮູ້ສຶກ​ເບີກບານມ່ວນ​ຊື່ນ. ​ເມື່ອ​ທຽບ​ໃສ່​ງານ​ບຸນ​ກ່ອນ​ນີ້, ປີ​ນີ້ຄວາມ​ສະຫງົບ​ປອດ​ໄພ​ໄດ້​ຮັບ​ການ​ຮັກສາດີ​ກວ່າ.”

 



ຂ່າວ/ບົດ​ອື່ນ