ໄຂ​ງານ​ວາງ​ສະ​ແດງ “ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ”

(VOVWORLD) -ງານວາງສະແດງ ໄດ້ນຳມາວາງສະແດງກ່ວາ 200 ຮູບພາບ, ເອກະສານ, ວັດຖຸພັນລວມມີ 4 ເນື້ອໃນ.
ໄຂ​ງານ​ວາງ​ສະ​ແດງ “ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ” - ảnh 1

 ທ່ານເລຫູ້ວຮຸຍ-ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ

   ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ ໄດ້ຈັດພິທີ ໄຂງານວາງສະແດງ “ນາຍພົນແຫ່ງເທບນິຍາຍ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ(25/8/1911-25/8/2021). ງານວາງສະແດງໄດ້ອັບເດັດໃນເວບໄຊຂອງ ຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ (http://baotanglichsuquansu.vn).  ຊື່ງໄດ້ນຳມາວາງສະແດງກ່ວາ 200 ຮູບພາບ, ເອກະສານ, ວັດຖຸພັນລວມມີ 4 ເນື້ອໃນຕົ້ນຕໍຄື: ໃນແມ່ນ້ຳກຽນຢາງ; ເສັ້ນທາງໄປເຖິງການປະຕິວັດ; ນາຍພົນແຫ່ງເທບນິຍາຍ-ນາຍພົນຂອງ ປຊຊ. ງານວາງສະແດງຍັງໄດ້ວາງສະແດງບັນດາວັດຖຸພັນທີ່ດີເດັ່ນ, ຕິດພັນກັບຊີວິດ ແລະພາລະກິດຂອງ ທ່ານພົນເອກ ຫວໍງວຽນຢາບ.

   ຕາມແຜນການ, ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີຈະຖືກຈັດຂຶ້ນດ້ວຍຂອບຂະໜາດລະດັບຊາດຢູ່ແຂວງ ກວາງບິນ ໃນວັນທີ 25 ສິງຫາທີ່ຈະມາເຖິງ ແຕ່ຍ້ອນສະພາບການໂລກລະບາດໂຄວິດ 19 ພວມມີການຜັນແປຢ່າງສັບສົນ, ຄະນະປະຈຳຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງວ່າຈະຈັດຕັ້ງພິທີດັ່ງກ່າວໃນເວລາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ