ໄຂງານວາງສະແດງ-ຕະຫຼາດນັດປື້ມສາກົນຄັ້ງທີ5

ໄຂງານວາງສະແດງ-ຕະຫຼາດນັດປື້ມສາກົນຄັ້ງທີ5 - ảnh 1
ທ່ານ ​ເຈືອງ​ມິ​ງຕ໋ວນ, ລັດຖະມົນຕີ​ຊ່ວຍ​ວ່າການ
ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ
(ພາບ: vietnamnet.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 10/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້ໄຂ​ງານ​ວາງສະ​ແດງ-ຕະຫຼາດນັດ​ປື້​ມສາກົນ​ຄັ້ງ​ທີ 5 ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດນາມ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ“. ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ມີ 20 ​ໂຮງພິມ​ຈຳໜ່າຍ​ໃຫຍ່​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຢູ່​ຕ່າງປະ​ເທດ ​ແລະ 100 ຫົວໜ່ວຍ​ເຮັດ​ປຶ້ມ​ພາຍ​ໃນ​ປະ​ເທດ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ເຈືອງ​ມິ​ງຕ໋ວນ, ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຊີ້​ແຈ້ງວ່າ:

        “​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ໂລກ​ປະຈຸ​ບັນນີ້, ຂະ​ແໜງ​ພິມ​ຈຳໜ່າຍ​ຫວຽດນາມ, ບໍ່​ພຽງ​ແຕ່​ພັດທະນາ​​ສື່​ສິ່ງ​ພິມທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ພັດທະນາ​​ສື່​ເອ​ເລກ​ໂຕ​ນິກອີກ​ດ້ວຍ, ​ຕອບ​ສະໜອງ​ຄວາມ​ຕ້ອງການນັບ​ມື້​ນັບ​ສູງ​ຂອງ​ສັງຄົມ​ທີ່​ທັນ​ສະ​ໄໝ. ດ້ານ​ອື່ນ, ຄວນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແນະນຳ, ​ໂຄສະນາ​ສື່​ປະ​ເພດ​ຕ່າງໆຂອງ​ຫວຽດນາມ ອອກ​ຕ່າງປະ​ເທດອີກ​ດ້ວຍ, ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວພິມ​ຈຳ​ໜ່າຍ​ກາຍ​ເປັນ​ຂົວ​ຕໍ່​ລະຫວ່າງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ​ຢ່າງ​ແທ້​ຈິງ“.

        ງານ​ວາງສະ​ແດງ-ຕະຫຼາດນັດ​ປື້​ມສາກົນ​ຄັ້ງ​ທີ 5 ​ໄດ້​ແນະນຳ​ບັນດາ​ສື່ທີ່​ມີ​ຄຸນຄ່າ ​ແລະ ບັນດາ​ເອກະສານ, ວັດຖຸ​ພັນ​ທີ່​ກ່ຽວຂ້ອງ, ​ເພື່ອ​ແນ​ໃສ່​ວາດ​ພາບ​ວິວັດ​ການ​ພັດທະນາ​ຂອງ​ປຶ້ມ ຕິດ​ພັນ​ກັບ​​ການ​ພັດທະນາ​ຂອງ​ປະຫວັດ​ແຫ່ງ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ. ກໍ່​ຄືບັນດາ​ຜົນງານ​ເຊິ່ງປະຊາຊົນ​ຫວຽດນາມ ​ຍາດ​ມາ​ໄດ້​ໃນ​ພາລະກິດ​ປ່ຽນ​ໃໝ່.

 

ຂ່າວ/ບົດ​ອື່ນ