ໄຂວັນບຸນວັດທະນະທຳ,ກິລາແລະການທ່ອງທ່ຽວບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອເປີດກວ້າງຄັ້ງທີ13

ໄຂວັນບຸນວັດທະນະທຳ,ກິລາແລະການທ່ອງທ່ຽວບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອເປີດກວ້າງຄັ້ງທີ13 - ảnh 1
ໄຂວັນບຸນວັດທະນະທຳ,ກິລາແລະການທ່ອງທ່ຽວບັນດາ
ຊົນເຜົ່າເຂດຕາເວັນຕົກສ່ຽງເໜືອເປີດກວ້າງຄັ້ງທີ13

(vovworld) - ​ ພິທີໄຂ​ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ບັນດາ​ຊົນ​ເຜົ່າ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ເປີດ​ກວ້າງ​ຄັ້ງ​ທີ 13ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 1/10, ຢູ່​ນະຄອນ ລາວ​ກາຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 8 ​ແຂວງ​ໃນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ລວມມີ: ລາວ​ກາຍ, ຮ່ວາ​ບິ່ງ, ​ເຊີນ​ລາ, ດ້ຽນບຽນ, ລາຍ​ເຈົາ, ອຽນ​ບ໋າ​ຍ, ຟູ໋ທໍ້, ຮ່າ​ຢາງ. ດ້ວຫົວ​ຂໍ້​ວ່າ “ບັນດາ​ຊົນ​ເຜົ່າ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ສາມັກຄີ ​ແລະ ພັດທະນາ - ມຸ່ງ​ໄປ​ເຖິງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017“. ງານ​ບຸນ​ເພື່ອ​ແນ​ໃສ່​ໂຄສະນາ, ​ແນະນຳ​ເຖິງ​ເພື​ອ່ນມິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃນ​ການ​ພັດທະນາ​ວັດທະນະທຳ, ກິລາ, ການທ່ອງທ່ຽວ ​ແລະ ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ.

        ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫງວຽນ​ວັນ​ບິ່ງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຮຽກຮ້ອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຄວນ​ສາມັກ​ຄີ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ. ຄຽງ​ຂ້າງ​ນັ້ນ, ສຸມ​ໃສ່​ພັດທະນາ​ການທ່ອງທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ຊ່ວຍ​ໃຫ້ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ເລື່ອງ​ຈັດຕັ້ງວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ບັນດາ​ຊົນ​ເຜົ່າ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ມື້​ນີ້ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ, ປັບປຸງ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ເຜົ່າ, ປຸກລຸກ​ຄວາມ​ຍົກຍໍ​ຕົນ​ເອງ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ, ​ເຈດ​ຈຳນົງ ​ແລະ ຄວາມ​ຕັດສິນ​ໃຈ​ກໍ່ສ້າງ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ຮັ່ງມີ, ສວຍ​ງາມ, ສີວິ​ໄລ, ​ໂຄສະນາ​ຮູບ​ພາບ ​ແລະ ພື້ນຖານ​ວັດທະນະທຳ​ຂອງ​ຊາດ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ“.

ຂ່າວ/ບົດ​ອື່ນ