ໄຂວາລະປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດ - ảnh 1
ວາລະປະຊຸມ​ຄັ້ງ​ທີ 13
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳສະພາ​ແຫ່​ງຊາດ​ໄດ້​ໄຂວາລະປະຊຸມ​ຄັ້ງ​ທີ 13. ກ່າວ​ຄຳ​ເຫັນ​ທີ່ວາລະ​​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ; ທີ່​ວາລະປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມ​​ເທື່ອ​ທີ 4, ​ໃຫ​້ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ສ​ະໄໝ​ສາມັນ​​ເທື່ອ​ທີ່ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13; ຮັບຮອງ​ເອົາ​​ໂຄງການ​ເຄື່ອນ​ໄຫວ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ​ຂອງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ ​ແລະ ​ໂຄງການ​ດຳ​ເນີນງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​ປີ 2013. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນເປັນ​ຄັ້ງ​ທຳ​ອິດ​ຕໍ່​ຮ່າງ​ແນະນຳ​ປະຕິບັດ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​ລົງ​ຄະ​ແນ​ສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ; ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​​ປັບປຸງລັດຖະຖຳມະນູນ​ປີ 1992 (ຄັ້ງ​ທີ 2) ​ແລະ ​ແຜນການ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປັບປຸງລັດຖະຖຳມະນູນ​ປີ 1992 ​ບາງ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕາງ​ກັນ​ຂອງ​ຮ່າງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ໄກ​ເກ່ຍປອງ​ດອງ​ຢູ່ຂັ້ນ​ຮາກ​ຖານ ກໍ​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸ​ມຄັ້ງ​ນີ້. ຄຽງ​ຂ້າງ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການຈັດ​ແບ່ງ 2 ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ນັ້ນແມ່ນ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ແກ້​ໄຂ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ເນື້ອ​ໃນ​ສຳຄັນ​ອື່ນໆ​ອີກ. ທ່ານ​ນາງ ​ເຈືອງ​ທິມາຍ, ຫົວ​ໜ້າ​ຄະນະ​ກຳມາທິການ​ບັນດາບັນຫາ​ສັງຄົມ​​ຂອງ​ສະພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ.

“​​ໃນ​ວາລະ​ປະຊຸມ​ນີ້ໄດ້​ມີ​ບັນດາ​ຈຸດ​ໄໝ່ນັ້ນ​ແມ່ນ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ລັດຖະບານ​ຍົກ​ມີບົດ​ລາຍ​ງານ​ໝາກຜົນ​​ແຫ່ງ​ການ​ປະຕິບັດ​ມະຕິ​ກ່ຽວ​ກັບການຊັກ​ຖາມ ​ແລະ ຕ​ອບຄຳ​ຊັກ​ຖາມ​ຂອງ​ກອງ​ປະຊຸມ​ສະ​ໄໝກ່ອນ. ທີ່ 2 ​ແມ່ນ ​ເປັນ​ຄັ້ງ​ທຳ​ອິດ​ທີ່ພວກ​ເຮົາ​ມີ​ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການປະຕິ​ຮູບ​ຍຸດຕິ​ທຳ. ຂ້າພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ເພື່ອ​​ໃຫ້ວາລະ​ປຶກສາ​ກ່ຽວ​ກັບ​ການ​​ປະຕິ​ຮູບຍຸດຕິ​ທຳຄັ້ງ​ນີ້​ ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ​ກວ່າ, ບັນດາ​ບັນຫາ​ທີ່​ວາງ​ອອກ​ກ່ຽວກັບ​ການ​ປະຕິ​ຮູບ​ຍຸດຕິ​ທຳມີ​ຄວາມດຶງ​ດູດ​ກວ່າ. ພວກ​ເຮົາ​ມີ​ວາລະ​ປະຊຸມ​ 13 ຄັ້ງ ​ໄດ້ຮັບ​ການຖ່າຍ​ທອດ​ສົດ​ຜ່ານໂທລະພາບ, ວິທະຍຸ​ກະຈາຍສຽງ ​ແລະ ​ໄດ້ສ່ອງ​ແສງຢ່າງລະອຽດ​ທີ່​ສຸດ​​ແມ່ນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງຜ່ານ​ມາ, ປະຊາຊົນ​ຫຼາຍ​ຄົນ​ໄດ້​ແບ່ງປັນ​ກ່ຽວ​ກັບ​ບັນດາບັນຫາ​ໄດ້ຮັບ​ການຖ່າຍ​ທອດ​ສົດຜ່ານໂທລະພາບ, ວິທະຍຸ​ກະຈາຍສຽງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ຂໍ້​ມູນ​ໄດ້​ໄປ​ເຖິງ​ຜູ້​ມີ​ສິດ​ເລືອກ​ຕັ້ງ”.
ວາລະ​ປະຊຸມ​ຄັ້ງ​ທີ 13 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຄາ​ດເວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 11 ຮອດ​ວັນ​ທີ 14/12.

ຂ່າວ/ບົດ​ອື່ນ