ໄຂເວທີປາໄສຫວຽດນາມ - ອາເມລີກາລາຕີນ; ຄູ່ຮ່ວມມືການຄ້າ, ການລົງທຶນ ເພື່ອການພັດທະນາ

ໄຂເວທີປາໄສຫວຽດນາມ - ອາເມລີກາລາຕີນ; ຄູ່ຮ່ວມມືການຄ້າ, ການລົງທຶນ ເພື່ອການພັດທະນາ - ảnh 1
ໄຂ​ເວທີ​ປາ​ໄສ​ຫວຽດນາມ - ອາ​ເມ​ລີ​ກາ​ລາຕີ​ນ
( ພາບ: talkvietnam.com )


( vovworld ) -   ວັນ​ທີ 5/7, ​ເວທີ​ປາ​ໄສຫວຽດນາມ - ອາ​ເມ​ລີ​ກາ​ລາຕີ​ນ; ຄູ່​ຮ່ວມ​ມື​ການ​ຄ້າ, ການ​ລົງທຶນ​ເພື່ອ​ການ​ພັດທະນາຖືກໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ພິທີ​ໄຂ. ​ເວທີ​ປາ​ໄສຫວຽດນາມ - ອາ​ເມ​ລີ​ກາ​ລາຕີ​ນ ມີ​ຫົວ​ຂໍ້​ວ່າ “ຄູ່​ຮ່ວມ​ມື​ການ​ຄ້າ, ການ​ລົງທຶນ​ເພື່ອ​ການ​ພັດທະນາ” ​ໄດ້​ຈັດ​ຂຶ້ນຢູ່​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ. ນີ້​ແມ່ນ​ເຫດພົວພັນ​ຕ່າງປະ​ເທດ​ທີ່​ສຳຄັນ, ​ເປີດ​ບັນດາ​ກາລະ​ໂອກາດ ​ແລະ ​ແງ່​ຫວັງການຮ່ວມ​ມືທີ່​​ໃຫຍ່​ຫຼວງ​ເພື່ອ​ໃຫ້​ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ ພ້ອມ​ກັນ​ພັດທະນາ​ສາຍພົວພັນທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ ​ໃຫ້​ກາຍ​ເປັນ​ການ​ພົວພັນ​ຄູ່ຮ່ວມ​ມືຢ່າງຮອບດ້ານ ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ. ​ໄວ​ທີ​ປາ​ໄສ ​ຈະ​ສຸມ​ໃສ່​ປຶກສາ​ຫາລື 3 ​ເນື້ອ​ໃນ​ຄື: ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການລົງທຶນ​ຫວຽດນາມ - ອາ​ເມ​ລິ​ກາ​ລາຕີ​ນ; ​ເຊື່ອມ​ຕໍ່​ລະບົບ​ທາງຄົມມະນາຄົມ, ພະລາທິການ, ສື່​ໂທລະ​ຄົມ ​ແລະ ການ​ບໍລິການ​ຫວຽດນາມ - ອາ​ເມ​ລີ​ກາ​ລາຕີ​ນ; ຄູ່​ຮ່ວມ​ມື​ດ້ານ​ກະສິກຳ ​ແລະ ພະລັງງານ​ຫວຽດນາມ - ອາ​ເມ​ລີ​ກາ​ລາຕີ​ນ. ນີ້​ແມ່ນ​ບັນດາ​ຂົງ​ເຂດ​ສຳຄັນ, ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ​ໃນ​ການພັດທະນາລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ​ລາຕີ​ນ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ; ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ມີຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ການ​ພົວພັນ, ​ເປັນ​ເຈົ້າການ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ, ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ຕັດສິນ​ໃຈ​ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ, ນຳ​ການ​ພົວພັນ​ນັ້ນ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ຮັບ​ໃຊ້​ໃຫ້​ວິວັດ​ການ​ພັດ​ທະນະ​ຂອງ​ທັງ​ສອງ​ຝ່າຍ​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ