ໄວໜຸ່ມນະຄອນຫຼວງ ຖະຫວາຍທູບທຽນ ອາໄລຫາອະດີດເລຂາ ທິການໃຫຍ່ ເຈີນຟຸ໋

ໄວໜຸ່ມນະຄອນຫຼວງ ຖະຫວາຍທູບທຽນ ອາໄລຫາອະດີດເລຂາ ທິການໃຫຍ່ ເຈີນຟຸ໋ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 01/05, ​ລະນຶກ 110 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດທ່ານ​ອະດີດ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ​ເຈີ​ນຟຸ໋ (01/05/1904 – 01/05/2014), ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ຫງວຽນ​ວັນ​ທັ໋ງ ພ້ອມ​ກັບ​ຜູ້ຕາງໜ້າ​ສະມາຊິກ​ຊາວ​ໜຸ່ມ​ນະຄອນຫຼວງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເຈີ​ນຟຸ໋ ຢູ່​ເຂດ​ປູຊະນີຍະສະຖານ ​ເຮືອນ​ເລກທີ 90, ຖະໜົນ ​ເທີ້ຍວັມ, ​ເມືອງ​ຮ່ວານ​ກ໋ຽມ, ຮ່າ​ໂນ້ຍ. ນີ້​ແມ່ນການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ໄວ​ໜຸ່ມ​ນະຄອນຫຼວງ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກ​ເຊິ່ງທີ່​ມີ​ຕໍ່​​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເຈີ​ນຟຸ໋, ​ເຊິ່ງ​​ແມ່ນເລຂາທິການ​ໃຫຍ່​ຜູ້​ທຳ​ອິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ຢູ່​ທີ່​ນີ້, ບັນດາ​ສະມາຊິກ​ຊາວ​ໜຸ່ມ ​ໄດ້​ທົບ​ທວນ​ຄືນ​ມູນ​ເຊື້ອ​ປະຫວັດສາດ​ຂອງ​ພັກ ​ແລະ ຊາດ, ພ້ອມ​ທັງ​ຮັບ​ຟັງ​ແນະນຳ​ກ່ຽວ​ກັບ​ຊີວິດ, ພາລະກິດ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ທ່ານ​ອະດີດ​ເລຂາທິການ​ໃຫຍ່ ​ເຈີ​ນຟຸ໋.

ຂ່າວ/ບົດ​ອື່ນ