ໄວໜຸ່ມນະຄອນຫຼວງຮ່ວມແຮງ ຮ່ວມໃຈເພີ່ມພູນຄຸນສ້າງນ້ຳໃຈ ມິດຕະພາບຫວຽດນາມ - ລາວ

ໄວໜຸ່ມນະຄອນຫຼວງຮ່ວມແຮງ ຮ່ວມໃຈເພີ່ມພູນຄຸນສ້າງນ້ຳໃຈ ມິດຕະພາບຫວຽດນາມ - ລາວ - ảnh 1
ສະຫະພັນ​ຊາວ​ໜຸ່ມນະຄອນຫຼວງ​ຮ່າ​ໂນ້ຍ
( ພາບຈາກອີນເຕີແນດ )


( vovworld ) -    ​ແຕ່​ວັນ​ທີ 24 – 31/7, ອົງການຊາວ​ໜຸ່ມ​ນະຄອນ, ສະຫະພັນ​ຊາວ​ໜຸ່ມນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຈັດ​ລາຍການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ດ້ວຍ​ຫົວ​ຂໍ້ “ ​ໄວໜຸ່ມນະຄອນຫຼວງ​ຮ່ວມແຮງ​ຮ່ວມ​ໃຈ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​​ມິດຕະພາບ​ຫວຽດນາມ - ລາວ ” ຢູ່​ເມືອງ ​ໄຊ​ເສດ​ຖາ - ນະຄອນຫຼວງ​ຫວຽງ​ຈັນ. ​ແຜນການ​ເຄື່ອນ​ໄຫວ​ຂອງ​ຄະນະ​ ໄດ້​ຈັດ​ຕັ້ງ​​​ຂຶ້ນເປັນຫຼາຍ​ຮູບ​ຫຼາຍ​ແບບ ​ດ້ວຍບັນດາ​ເນື້ອ​​ໃນ​ຄື; ​ໃຫ້​ຄຳ​ປຶກສາ​ດ້ານ​ສຸຂະພາບ, ກວດປິ່ນປົວ​ພະຍາດ, ​ແຈ​ກຢາຍ​ຢຸກຢາ​ໃຫ້ປະຊາຊົນ 1​.000 ຄົນ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ; ສ້າງ​ແວບ​ໄຊ ​ໃຫ້ອົງການຊາວ​ໜຸ່ມ​ນະຄອນຫຼວງວຽງ​ຈັນ; ພົບ​ປະ​ແລກປ່ຽນ​ວັດທະນາ​ທຳ, ສິ​ລະ​ປະ, ກິລາ ສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ລາວ ກັບ​ຊາວ​ໜຸ່ມ​ຂອງ​ທ້ອງ​ຖິ່ນ... ອົງການຊາວ​ໜຸ່ມ​ນະຄອນຮ່າ​ໂນ້ຍຈະ​ພົບ​ປະ​ກັບ​ອົງການ​ຊາວ​ໜຸ່ມ​ນະ​ຄອນ​ວຽງ​ຈັນ, ສູນ​ກາງ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ​ລາວ.

ຂ່າວ/ບົດ​ອື່ນ