ໜູນຊ່ວຍຈຳນວນເງິນ 16.000 ຕື້ດົ່ງໃຫ້ ຊາວປະມົງ - ລັດຖະ ນະໂຍບາຍຖືກຕ້ອງ,ທັນການ

ໜູນຊ່ວຍຈຳນວນເງິນ 16.000 ຕື້ດົ່ງໃຫ້ ຊາວປະມົງ - ລັດຖະ ນະໂຍບາຍຖືກຕ້ອງ,ທັນການ - ảnh 1
ກຳລັງຕຳຫຼວດທະເລເຮັດວຽກຢູ່ທະເລຕາເວັນອອກ
(ພາບປະກອບ)

(vovworld) – ທີ່​ວາລະ​ປະຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 9/6, ສະພາ​ແຫ່ງ​ຊາດ​ໄດ້ຮັບຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ທີ​ມີ​ມູນ​ຄ່າ 16.000 ຕື້​ດົ່ງ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ລັ​ດຖະນະ​ໂຍບາຍ​ຖື​ກຕ້ອງ ​ແລະ ທັນ​ການ​ໃນ​ສະພາບ​​ທະ​ເລ​ຕາ​ເວັນ​ອອກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ທ່ານ ​ເຈີ່ນ​ກາວ​ມື​ວ, ​ເລຂາທິການ​ໃຫຍ່​ສະມາຄົມ​ອາຊີບ​ຫາ​ປາ ຫວຽດນາມ, ຖື​ວ່າ: ຂໍ້​ຕົກລົງ​ນີ້​ຂອງ​ສະພາ​ແຫ່ງ​ຊາດ​ແມ່ນ​ທັນ​ການ​ເພື່ອ​ໜູນ​ຊ່ວຍ​ດ້ານ​ຍານພາຫະນະ, ​ເຕັກນິກ​ໃຫ້​ກຳລັງ​ຕຳຫຼວດ​ທະ​ເລ, ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ​​ເດີນ​ທະ​ເລຫາ​ປາ, ພ້ອມ​ທັງ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ວາງອອກ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ. ທ່ານ ​ເຈີ່ນ​ກາວ​ມື​ວ, ​ໃຫ້​ຮູ້​ວ່າ:

    “ສຳລັບ​ຊາວ​ປະມົງ​ແລ້ວ, ​ເລື່ອງ​​ເດີນ​ທະ​ເລຫາ​ປາ​ໄກ​ຝັ່ງ​, ຕ້ອງ​ລົງທຶນ​ເປັນ​ຈຸດ​ສຸມ​ພິ​ເສດ​ໃຫ້​ກຳລັງ​ຂຸດ​ຄົ້ນ​ຫາ​ປາ​​ໄກ​ຝັ່ງຄື​: ດ່າ​ນັ້ງ, ກວາງ​ນາມ, ກວາງ​ຫງ້າຍ.​.​.​ ​ເພື່ອ​ມີ​ກອງ​ກຳ​ປັ່ນ​ເຂັ້ມ​ແຂງ, ທັນ​ສະ​ໄໝ​ເພື່ອ​ຂຸດ​ຄົ້ນ​ຢູ່ໄກ​ຝັ່ງ, ພ້ອມ​ທັງ​ປ​ົກປັກ​ຮັກສາ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ພວກ​ເຮົາ. ບໍ່​ພຽງ​ແຕ່​ຍານ​ພາຫະນະ, ອຸປະກອນ​ເທົ່າ​ນັ້ນ, ຫາກ​ຄວນ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ.​​.​. ​ເພື່ອ​​​ໃຫ້​ການ​ຂຸດ​ຄົ້ນ​ປາ​ມີມູນ​ຄ່າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ບຳລຸງ​ສ້າງ​ແຫຼ່ງຊັບພະ​ຍາກອນ​ມະນຸດ, ຖັນ​ແຖວ​ກັບຕັນ​ເຮືອ, ​ລູກ​ເຮືອ​ນຳ​ໃຊ້​ບັນດາພາຫະນະ​ນີ້​ເປັນ​ຢ່າງ​ດີ.”

 


ຂ່າວ/ບົດ​ອື່ນ